ໃນລະຫວ່າງວັນທີ 15 ຫາ 16/1, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງໄດ້ລົງໄປຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງ ບິນດິງ. ພ້ອມກັບຄຳອວຍພອນປີໃໝ່ທີ່ຝາກເຖິງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນແຂວງ, ທ່ານເລຂາທິການໃຫຍ່ກໍ່ເຊື່ອໝັ້ນວ່າ: ບິນດິງຈະເສີມຂະຫຍາຍມູນເຊື້ອແມ່ນບ້ານເກີດເມືອງນອນຂອງ ກວາງຈູງ - ຫງວຽນເຮ້ວ, ສ້າງທ້ອງຖີ່ນນັບມື້ນັບສວຍສົດງົດງາມ ແລະ ອຸດົມຮັ່ງມີ. ທ່ານເລາທິການໃຫຍ່ ຫງວຽນຟູ໋ຈ້ອງໄດ້ລົງບັນດາຕາແສງຢູ່ເມືອງ ເຊີນໄຕ ແລະ ເທດສະບານ ອານເຍີນ, ຢື້ຢາມຖາມຂ່າວກ່ຽວກັບການກະກຽມບຸນເຕັດຂອງພໍ່ແມ່ນ ປະຊາຊົນ, ກ່ຽວກັບບັນດາຜົນງານການຜະລິດດຳເນີນທຸລະກິດທີ່ບັນລຸໄດ້ໃນປີ 2011. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຍັງລົງຢ້ຽມຢາມ, ອວຍພອນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຕາແສງ ເຍີນລົກ, ເທດສະບານ ອານເຍີນ, ເຊິ່ງແມ່ນ 1 ໃນ 4 ຕາແສງຈຸດສຸມຂອງແຂວງ ກ່ຽວກັບການສ້າງຊົນນະບົດໃໝ່. ນີ້ກໍແມ່ນຕາແສງມີອາຊີບຫັດທະກຳຫຼາຍຢ່າງ, ສາມາດສ້າງວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານທ້ອງຖີ່ນ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເວົ້າວ່າ:
“ຫວັງວ່າ, ພວກເຮົາຕ້ອງສືບຕໍ່ມູນເຊື້ອເປັນຕາແສງວິລະຊົນ, ເສີມຂະຫຍາຍບັນດາຜົນງານເຊິ່ງອົງຄະນະພັກຕາແສງບັນລຸໄດ້ໃນໄລຍະຜ່ານມາ, ມານະພະຍາຍາມສາມັກຄີ, ສູ້ຊົນເພື່ອສ້າງຕາແສງໃຫ້ນັບມື້ນັບພັດທະນາແຂງແຮງກ່ວາອີກ, ນັບທັງກ່ຽວກັບເສດຖະກິດ, ວັດທະນະທຳ, ສັງຄົມ, ຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ຜູກພັນກັບປະຊາຊົນ, ບໍ່ອາດຍາສິດ, ສໍ້ລາດບັງຫຼວງ, ສຸມໃສ່ກໍ່ສ້າງຊົນນະບົດໃໝ່. ນັ້ນແມ່ນຈຸດໃຈກາງເພື່ອໃຫ້ພວກເຮົາພັດທະນາ. ກ່ອນອື່ນໝົດແມ່ນເອົາໃຈໃສ່ເຖິງການຕ້ອນຮັບບຸນເຕັດໃຫ້ແກ່ປະຊາຊົນ”
ແລະກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ຫໍປະຊຸມຄະນະພັກແຂວງ, ທ່ານເລຂາທິການໃຫຍ່ໄດ້ອວຍພອນປີໃໝ່ອົງຄະນະພັກ ແລະ ປະຊາຊົນໃນທົ່ວແຂວງ ບິ່ງດິ້ງ ຕ້ອນຣັບບຸນປີໃໝ່ດ້ວຍຄວາມມ່ວນຊື່ນໃໝ່, ບັນຍາກາດໃໝ່, ມີສຸຂະພາບ, ເຂັ້ມແຂງ, ປະສົບຜົນສຳເລັດໜ້າທີ່ການງານ. ທ່ານເລຂາທິການໃຫຍ່ປາດຖະໜາວ່າ ພະນັກງານ, ສະມາຊິກພັກແຕ່ລະຄົນ, ທ້ອງຖີ່ນ ແລະ ຮາກຖານແຕ່ລະແຫ່ງຕ້ອງມານະພະຍາຍາມ, ສູ້ຊົນນັບແຕ່ຊຸມວັນຕົ້ນປີ 2012, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີໄຊ.
ເນື່ອງໃນໂອກາດລົງໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ແຂວງ ບິ່ງດິ້ງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມຫໍພິພິດທະພັນ ກວາງຈູງ ຢູ່ເມືອງ ໃຕ້ເຊືນ, ວາງພວງມາລາຢູ່ອານຸສາວະລີເຈົ້າຊີວິດ ກວາງຈູງ, ຖະຫວາຍດອກໄມ້ທູບທຽນບູຊາຢູ່ຫໍບູຊາ ໃຕ້ເຊີນ, ອາໄລຫາເຖິງ 3 ອ້າຍນ້ອງທີ່ເປັນວິລະຊົນແຫ່ງຊາດໄດ້ມີຄຸນງານຄວາມດີໃນການຕໍ່ສູ້ຍາດເອົາເອກະລາດເສລີພາບ, ເຕົ້າໂຮມປະເທດຊາດ.