ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Nate Franklin ຜູ້ກໍ່ຕັ້ງ ແລະ ເປັນປະທານກຸ່ມບໍລິສັດ Pacifico Energy

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດ PE ສືບຕໍ່ເປີດກວ້າງການຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Nate Franklin ຜູ້ກໍ່ຕັ້ງ ແລະ ເປັນປະທານກຸ່ມບໍລິສັດ Pacifico Energy - ảnh 1(ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານ Nate Franklin ຜູ້ກໍ່ຕັ້ງ ແລະ ເປັນປະທານກຸ່ມບໍລິສັດ Pacifico Energy)

        ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງ ຫວຽດນາມ. ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອາເມລິກາ ພວມສ້າງໂອກາດໃໝ່ໃຫ້ແກ່ວິສາຫະກິດ ອາເມລິກາ ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນຄືແນວນັ້ນ ທີ່ການຕ້ອນຮັບທ່ານ Nate Franklin ຜູ້ກໍ່ຕັ້ງ ແລະ ເປັນປະທານກຸ່ມບໍລິສັດ Pacifico Energy (PE), ອາເມລິກາ, ທີ່ສຳນັກງານສູນກາງພັກໃນຕອນບ່າຍວັນທີ 14 ມີນາ.

        ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດ PE ສືບຕໍ່ເປີດກວ້າງການຮ່ວມມື, ລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ເພີ່ມທະວີການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ, ຍູ້ແຮງການຖ່າຍທອດເຕັກໂນໂລຊີ, ໜູນຊ່ວຍ ແລະ ແບ່ງປັນບົດຮຽນໃຫ້ແກ່ບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຍົກສູງກຳລັງຄວາມສາມາດ ແລະ ລະດັບວິຊາສະເພາະໃນການພັດທະນາພະລັງງານແຮງລົມ, ພະລັງງານທົດແທນ.

        ສ່ວນທ່ານ Nate Franklin ຫວັງວ່າ, ຜົນສຳເລັດຂອງບັນດາໂຄງການຂອງ PE ຢູ່ ຫວຽດນາມ ຈະແມ່ນພື້ນຖານເພື່ອດຶງດູດວິສາຫະກິດ ອາເມລິກາ ເຂົ້າຮ່ວມການລົງທຶນຢູ່ ຫວຽດນາມ ຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ