(vovworld) - ວັນທີ 16/10, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Huynh Ngoc Son ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ຜູ້ມີອິດທິພົນຊື່ສຽງດີເດັ່ນຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍແຂວງ ກວາງນິງ. ນະທີນີ້, ທ່ານຮອງປະທານສະພາແຫ່ງຊາດ Huynh Ngoc Son ໄດ້ເນັ້ນໜັກວ່າ: ການພັດທະນາເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃຫ້ໝັ້ນຄົງ ແມ່ນໜຶ່ງໃນບັນດາແຜນນະໂຍບາຍອັນໃຫຍ່ຫຼວງຂອງພັກ ແລະ ລັດ, ຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງຢ່າງຕັ້ງໜ້າ. ທ່ານຮອງປະທານສະພາແຫ່ງຊາດ Huynh Ngoc Son ໄດ້ສະເໜີໃຫ້ອົງການພັກ, ອຳນາດການປົກຄອງ ແລະ ປະຊາຊົນໃນແຂວງສື່ບຕໍ່ປະຕິບັດວຽກງານລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ, ຍົກສູງຊີວິດດ້ານວັດຖຸ, ຈິດໃຈໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍເປັນຢ່າງດີ. ທ່ານ Huynh Ngoc Son ສະແດງຄວາມຫວັງວ່າ ບັນດາຜູ້ມີອິດທິພົນຊື່ສຽງດີເດັ່ນຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍແຂວງ ກວາງນິງ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງພັກ ກັບ ປະຊາຊົນ; ກຳໄດ້ແນວຄິດຈິດໃຈຂອງປະຊາຊົນບັນດາເຜົ່າສ່ວນໜ້ອຍຢ່າງທັນການ: ມີບັນດາການເຄື່ອນໄຫວຢ່າງຕັ້ງໜ້າ, ມີປະສິດທິຜົນໃນວຽກງານຂົນຂວາຍໂຄສະນາກໍ່ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປຸກລະດົມປະຊາຊົນສ້າງຊີວິດທີ່ອີ່ມໜຳສຳລານ ແລະ ຜາສຸກ.