ນັກກິລາລອຍນ້ຳວໍແທງຕຸ່ງຂວ້າໄດ້ຫຼຽນເງິນ Paralympic Rio 2016
ນັກກິລາລອຍນ້ຳວໍແທງຕຸ່ງ
ຂວ້າໄດ້ຫຼຽນເງິນ Paralympic Rio 2016
(ພາບ: vtc.vn)
(vovworld) - ໃນການແຂ່ງຂັນລອຍນ້ຳຮອບຊິງຊະນະເລີດ 50ມ ເສລີສຳລັບເພດຊາຍຄົນພິການລະດັບ S5 ທີ່ຫາກໍ່ສິ້ນສຸດໃນຕອນເຊົ້າວັນທີ 13/09. ນັກກິລາລອຍນ້ຳວໍແທງຕຸ່ງ ຜູ້ທີ 2 ທີ່ໄດ້ລອຍເຖິງເປົ້າໝາຍ, ຂວ້າໄດ້ຫຼຽນເງິນໃຫ້ຄະນະກຳລາຄົນພິການຫວຽດນາມ ຢູ່ Paralympic Rio 2016. ໃນຂະນະນັ້ນ, ທີ່ການແລ່ນແລະລານ, ນັກກິລາ ກາວຫງອກຮຸ່ງ ຂວ້າໄດ້ຫຼຽນທອງໃນປະເພດກິລາສັດຫຼາວເພດຊາຍສຳລັບຄົນພິການລະດັບ F56/57 ດ້ວຍຜົນງານ 43ມ27.
ພາຍຫຼັງການແຂ່ງຂັນເປັນເວລາ 5 ວັນ, ຄະນະນັກກິລາຄົນພິການຫວຽດນາມ ຍາດໄດ້ 4 ຫຼຽນ ໃນກິລາ 3 ປະເພດທີ່ຫວຽດນາມ ເຂົ້າຮ່ວມໃນງານມະຫາກຳລວມມີ: ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນທອງ 2 ຫຼຽນ.