ນັກຊ່ຽວຊານ ສິງກະໂປ: ກາລະໂອກາດເພື່ອໃຫ້ ຫວຽດນາມເປັນເຈົ້າພາທາງ ອາຊຽນ ຜ່ານຜ່າບັນດາສິ່ງທ້າທາຍ
(VOVWORLD) - ວັນທີ 4 ພະຈິກ, ຫວຽດນາມ ໄດ້ຮັບຕຳແໜ່ງປະທານໝູນວຽນ ອາຊຽນ ຢ່າງເປັນທາງການ ຈາກປະເທດໄທ. ທ່ານ Choi Shing Kwok, ຫົວໜ້າສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ຂອງສິງກະໂປ (ISEAS), ເນັ້ນໜັກວ່າ ໃນສະພາບການຢູ່ ພາກພື້ນ ແລະ ໂລກຄືໃນປັດຈຸບັນ, ປີ 2020 ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ສະແດງບົດບາດການເປັນເຈົ້າພາທາງອາຊຽນພັດທະນາດ້ວຍບັນດານະໂຍບາຍໂດຍຫວຽດນາມວາງອອກ.
ທ່ານ Choi Shing Kwok, ຫົວໜ້າສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ຂອງສິງກະໂປ (ພາບ: ) |
ເມື່ອເຕື້ອງເຖິງເນື້ອໃນເພີ່ມທະວີຄວາມສາມັກຄີ ແລະ ສືບຕໍ່ ປັບປຸງບົດບາດເປັນໃຈກາງຂອງອາຊຽນຢູ່ພາກພື້ນ , ທ່ານ Choi Shing Kwok ຖືວ່າ ດ້ວຍບົດບາດເປັນເຈົ້າພາທາງ, ຫວຽດນາມສາມາດຍົກອອກບັນດາແນວຄິດ, ສ້າງແຜນການ ແລະ ນຳມາເຊິ່ງກຳລັງໜູນໃຫ້ແກ່ບັນດາປະເທດ ອາຊຽນ ໃນນັ້ນມີການຮັບມືກັບບັນດາສິ່ງທ້າທາຍ ແລະ ກໍລະນີຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ.
ຕາມນັກຊ່ຽວຊານ ຂອງສິງກະໂປແລ້ວ, ຫວຽດນາມ ບໍ່ພຽງແຕ່ມີບົດບາດສຳຄັນໃນການເຕົ້າໂຮມ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບລະຫວ່າງບັນດາປະເທດສະມາຊິກ ອາຊຽນເທົ່ານັ້ນ ຫາກຍັງມີຄວາມຮັບຜິດຊອບໃນການຊຸກຍູ້, ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ອາຊຽນກັບບັນດາປະເທດຄູ່ຮ່ວມມື ແລະ ການພົບປະເຈລະຈາ ອີກດ້ວຍ.