(vovworld) - ກຸ່ມບໍລິສັດໂຕກຽວ Inn ຂອງ ຍີ່ປຸ່ນ ຄາດວ່າຈະລົງທຶນກໍ່ສ້າງໂຮງແຮມ 100 ແຫ່ງຢູ່ ຫວຽດນາມ ໃນປີນີ້. ທີ່ກອງປະຊຸມສຳມະນາແນະນຳໂຄງການ ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ, ຫ້ອງການການຄ້າ ແລະ ອຸດສະຫະກຳ ຫວຽດນາມ, ກຸ່ມບໍລິສັດ ໂຕກຽວ Inn ສົມທົບກັນຈັດຕັ້ງຂຶ້ນຢູ່ ຮ່າໂນ້ຍ ໃນຕອນບ່າຍວັນທີ 22/2, ທ່ານ Norimasa Nishida, ປະທານກຸ່ມບໍລິສັດ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເຫັນວ່າ: ຫວຽດນາມ ແມ່ນປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາ. ກໍ່ຄື ຍີ່ປຸ່ນ ໃນໄລຍະເສດຖະກິດເລີ່ມຕົ້ນເຕີບໂຕ, ຫວຽດນາມ ພວມຕ້ອງການຍູ້ແຮງການພັດທະນາກໍ່ສ້າງພື້ນຖານໂຄງລ່າງ, ເຊິ່ງລະບົບໂຮງແຮມສວມບົດບາດສຳຄັນໃນພື້ນຖານໂຄງລ່າງນັ້ນ. ດັ່ງນັ້ນ, ໂຕກຽວ Inn ຫວັງວ່າ: ຜ່ານໂຄງການນີ້ຈະປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດພວກເຮົາ”
ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ຢືນຢັນວ່າ: ໂຄງການເມື່ອໄດ້ຮັບການປະຕິບັດສຳເລັດຈະແມ່ນພະຍານຫຼັກຖານລະອຽດ ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບລະຫວ່າງ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກວ່າອີກ, ພ້ອມທັງປະກອບສ່ວນເປີດກ້ວາງພື້ນຖານໂຄງລ່າງ, ຍົກສູງຄຸນນະພາບການບໍລິການຂະແໜງທ່ອງທ່ຽວ ແລະ ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ.