ນັກຮຽນຮູ້ ຝລັ່ງ ຕີລາຄາສູງບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງມີບົດປາໄສທີ່ສະຖາບັນຄົ້ນຄ້ວາສາກົນ ຝລັ່ງ
|
(vovworld)- ດ້ວຍຫົວຂໍ້: ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ: ສ້າງຄວາມໄວ້ເນື້ອເຊື່ອໃຈເພື່ອສັນຕິພາບ, ການຮ່ວມມື ແລະ ວັດທະນາຖາວອນ”, ບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ທີ່ສະຖາບັນຄົ້ນຄ້ວາສາກົນ ຝລັ່ງ ໃນວັນທີ 24/9 ໄດ້ສ້າງຄວາມປະທັບໃຈສຳລັບບັນດານັກຮຽນຮູ້ ຝລັ່ງ. ທ່ານ Gregoire Vinay, ຫົວຫນ້າພະແນກຍຸດທະສາດ ຂຶ້ນກັບກະຊວງຟື້ນຕົວເສດຖະກິດ ຝລັ່ງ ຕີລາຄາວ່າ:
“ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແມ່ນຈະແຈ້ງກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຝລັ່ງ ແລະ ຫວຽດນາມ ແລະ ຍົກໃຫ້ເຫັນຫລາຍຂົງເຂດຄື: ແຜນພັດທະນາການຮ່ວມມື ແລະ ພັດທະນາຢ່າງດຸນດ່ຽງ. ທ່ານນາຍົກລັດຖະມົນ ຫງວຽນເຕີນຢູງ ຍົກໃຫ້ເຫັນບັນດາແງ່ຫວັງໃນການຮ່ວມມືເສດຖະກິດ, ພິເສດໃນການຮ່ວມມືສັນຕິພາບ - ຈຸດໝາຍ ແລະ ຄວາມມຸ່ງມາດປາດຖະຫນາຂອງມວນມະນຸດທັງໝົດ.”
ທ່ານນາງ Francoise Nicola ຮັບຜິດຊອບບັນຫາກ່ຽວກັບອາຊີ, ຂຶ້ນກັບ ສະຖາບບັນຄົ້ນຄ້ວາສາກົນຂອງ ຝລ່ັງ ຢືນຢັນວ່າ:
“ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນຫນັກເຖິງສາຍພົວພັນພັນຢ່າງແຫນ້ນແຟ້ນລະຫວ່າງ ຝລັ່ງ ແລະ ຫວຽດນາມ, ການແລກປ່ຽນວັດທະນະທຳ, ການຮ່ວມມືບຳລຸງສ້າງ. ບົດປາໄສຂອງທ່ານນາຍົກລັດຖະມົນຕີ ມຸ່ງໄປເຖິງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບ ຝລັ່ງ ດ້ວຍວິໄສທັດຍາວນານ ແລະ ປະເອີບໃຈ. ບົດປາໄສໄດ້ຮັບການກະກຽມຢ່າງລອບຄອບຖິ່ຖ້ວນ, ເຂົ້າສູ່ບັນດາຂົງເຂດຮ່ວມມື ແລະ ພິເສດໃນການຕອບຖາມຂອງທ່ານນາຍົກລັດຖະມົນຕີ ໄດ້ສ້າງຄວາມປະທັບໃຈກ່ຽວກັບຄວາມເປີດອົກເປີດໃຈ, ຄວາມຈິງໃຈ, ຮັບຮູ້ບັນດາຄຳຖາມດ້ວຍຫລາຍຫົວຂໍ້ ແລະ ຕອບຄຳຖາມຢ່າງລະອຽດ.”