ນັກຮຽນ ຫວຽດນາມ ຄວ້າໄດ້ລາງວັນທີ 2 ໃນການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 54 ປີ 2025
(VOVWORLD) - ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 54 (ປີ 2025) ດຶງດູດຜູ້ເຂົ້າຮ່ວມກວ່າ 1,6 ລ້ານຄົນ ທີ່ມາຈາກ 65 ປະເທດໃນໂລກ.
ນ້ອງ ຟ້າມດວ່ານມິງເຄວ, ຮຽນຫ້ອງ ປໍ5 ໂຮງຮຽນມັດຖະຍົມຕອນປາຍ ເລກຸຍດົນ, ເມືອງ ເຊີນຈາ, ນະຄອນ ດ່າໜັງ ຄວ້າໄດ້ລາງວັນທີ 2 (ພາບ: VGP) |
ຈົດໝາຍເຂົ້າຮ່ວມການເສັງຂຽນຈົດໝາຍສາກົນ (UPU) ຄັ້ງທີ 54 (ປີ 2025) ຂອງນ້ອງ ຟ້າມດວ່ານມິງເຄວ, ຮຽນຫ້ອງ ປໍ5 ໂຮງຮຽນມັດຖະຍົມຕອນປາຍ ເລກຸຍດົນ, ເມືອງ ເຊີນຈາ, ນະຄອນ ດ່າໜັງ ຄວ້າໄດ້ລາງວັນທີ 2 ສາກົນ. ຂໍມູນດັ່ງກ່າວໂດຍ ສະຫະພັນໄປສະນີໂລກ (UPU) ປະກາດໃນຂອບເຂດພິທີປິດ ກອງປະຊຸມໃຫຍ່ໄປສະນີໂລກຄັ້ງທີ 28, ຢູ່ Dubai, ສະຫະລັດ ອາຣັບ ເອມມີເລດ ຈັດຂຶ້ນໃນວັນທີ 19 ກັນຍາ. ການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 54 (ປີ 2025) ດຶງດູດຜູ້ເຂົ້າຮ່ວມກວ່າ 1,6 ລ້ານຄົນ ທີ່ມາຈາກ 65 ປະເທດໃນໂລກ. ລາງວັນທີ 1 ໄດ້ແກ່ນັກສຶກສາ ຕວັກກີ. ຜູ້ຕາງໜ້າ Burkina Faso ຄວ້າໄດ້ລາງວັນທີ 3 ໃນການເສັງດັ່ງກ່າວ.
ນີ້ແມ່ນຄັ້ງທີ 19 ທີ່ ຫວຽດນາມ ມີນັກຮຽນຄວ້າໄດ້ລາງວັນສາກົນໃນການເສັງຂຽນຈົດໝາຍສາກົນ UPU ພາຍຫຼັງທີ່ເຂົ້າຮ່ວມມາໄດ້ 37 ປີ.