(VOVWORLD) - ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງສະພາບການປັດຈຸບັນຢູ່ ເວເລຊູເອລາ.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ) |
ວັນທີ 03 ມັງກອນ 2026, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ກັບສະພາບການ ເວເລຊູເອລາ ໃນປັດຈຸບັນ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຂໍ້ມູນຂ່າວກ່ຽວຂ້ອງເຖິງສະພາບການປັດຈຸບັນຢູ່ ເວເລຊູເອລາ.
ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍເຄົາລົບນັບຖືກົດໝາຍສາກົນ, ກົດບັດ ສປຊ ໃນນັ້ນ ມີຫຼັກການອະທິປະໄຕບັນດາປະເທດ, ບໍ່ນຳໃຊ້ອາວຸດ ແລະ ນາບຂູ່ນຳໃຊ້ກຳລັງອາວຸດໃນສາຍພົວພັນສາກົນ.
ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈ, ເຈລະຈາ, ແກ້ໄຂບັນດາຂໍ້ຂັດແຍ້ງ, ຄວາມບໍ່ລົງລອຍກັນບົນພື້ນຖານເຄົາລົບກົດໝາຍສາກົນ, ປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ.