ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີຂະແໜງການເງິນ “ລາຍຮັບ ລາຍຈ່າຍບຸກທະລຸ - ການເງິນພັດທະນາແບບຍືນຍົງ”
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ຂະແໜງການເງິນນຳໜ້າກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ຫັນປ່ຽນໄປສູ່ການສ້າງສາພັດທະນາ; ເປັນເສນາທິການຮັບປະກັນການເງິນແຫ່ງຊາດມີຈຸດສຸມ, ຈຸດໃຈກາງ; ຮ່ວມເດີນທາງ, ໜູນຊ່ວຍ 2,3 ລ້ານຄອບຄົວດຳເນີນທຸລະກິດຫັນປ່ຽນໄປສູ່ແບບວິທີໃໝ່ຢ່າງສະດວກທີ່ສຸດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ນຳ (ພາບ: VOV) |
ຕອນບ່າຍວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ເມື່ອກ່າວຄຳເຫັນໃນກອງປະຊຸມສະຫຼຸບວຽກງານປີ 2025, ຜັນຂະຫຍາຍໜ້າທີ່ປີ 2026 ຂອງຂະແໜງການເງິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ຂະແໜງການເງິນນຳໜ້າກ່ຽວກັບການປ່ຽນແປງໃໝ່ຈິນຕະນາການ, ຫັນປ່ຽນໄປສູ່ການສ້າງສາພັດທະນາ; ເປັນເສນາທິການຮັບປະກັນການເງິນແຫ່ງຊາດມີຈຸດສຸມ, ຈຸດໃຈກາງ; ຮ່ວມເດີນທາງ, ໜູນຊ່ວຍ 2,3 ລ້ານຄອບຄົວດຳເນີນທຸລະກິດຫັນປ່ຽນໄປສູ່ແບບວິທີໃໝ່ຢ່າງສະດວກທີ່ສຸດ. ພ້ອມດຽວກັນນັ້ນ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ ແລະ ພື້ນຖານໂຄງລ່າງຍຸດທະສາດເພື່ອຮອດວັນທີ 31 ມັງກອນ ປ່ອຍ ເງິນລົງທຶນສາທາລະນະ100%, ຮັບປະກັນການລົງທຶນສາທາລະນະ ກາຍເປັນກຳລັງໜູນການເຕີບໂຕ. ປີ 2026, ທ່ານນາຍົກລັດຖະມົນຕີມອບໃຫ້ຂະແໜງການເງິນຜັນຂະຫຍາຍທິດນຳການເຄື່ອນໄຫວ “ຄວາມຄາດຫວັງສ້າງຄວາມເຂັ້ມແຂງວັດທະນາຖາວອນ - ນຳໜ້າດ້ານລະບອບລະບຽບການ - ບໍລິຫານຢ່າງມີປະສິດທິຜົນ - ນຳໜ້າໃນການຫັນເປັນດີຈີຕອນ - ລາຍຮັບ ລາຍຈ່າຍບຸກທະລຸ - ພັດທະນາການເງິນແບບຍືນຍົງ”. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວວ່າ:
“ສະພາບການມີການຜັນແປຢ່າງໄວທີ່ສຸດ, ດັ່ງນັ້ນ ຕ້ອງກຳແໜ້ນ ແລະ ມີປະຕິກິລິຍາຢ່າງຂະຫຍັນຂັນເຄື່ອນ, ມີປະສິດທິຜົນ. ສົມທົບນະໂຍບາຍສົກປີການເງິນ ແລະ ນະໂຍບາຍເງິນຕາຢ່າງກົມກ່ຽວ, ເໝາະສົມ, ມີປະສິດທິຜົນ. ສອງນະໂຍບາຍດັ່ງກ່າວຕ້ອງໜູນຊ່ວຍເຊິ່ງກັນ ແລະ ກັນ ເພື່ອຮັກສາສະຖຽນລະພາບເສດຖະກິດມະຫາພາກ, ນັ້ນແມ່ນສິ່ງສຳຄັນເພື່ອບຸກທະລຸ”.