ສະຖານທີ່ພິພາດ ລະຫວ່າງ ຈີນ ແລະ ຟິລີບປີນ
|
(vovworld) - ວັນທີ 21/8, ນັກເຄື່ອນໄຫວສັງຄົມປະມານ 500 ຄົນ ໄດ້ແຫ່ຂະບວນຢູ່ນະຄອນຫລວງ Manila ເພື່ອຮຽກຮ້ອງຢຸດຕິຄວາມເຄັ່ງຕຶງກ່ຽວກັບການພິພາດອະທິປະໄຕຢູ່ທະເລຕາເວັນອອກ ລະຫວ່າງ ຈີນ ແລະ ຟິລີບປີນ ໃນຫລາຍປີຜ່ານມາ. ບັນດານັກເຄື່ອນໄຫວສັງຄົມດັ່ງກ່າວແມ່ນຂຶ້ນກັບອົງການ US Pinoys for Good Governance ໄດ້ພ້ອມກັນພາວະນາຂໍສັນຕິພາບໃຫ້ແກ່ປະຊາຊົນສອງປະເທດ. ຜູ້ຄົນດັ່ງກ່າວເວົ້າວ່າ: ເຂົາເຈົ້າປາດຖະຫນາຢາກໃຫ້ ຈີນ ມຸ່ງໄປເຖິງການຊຸກຍູ້ສັນຕິພາບແທນໃຫ້ການກະທຳເປັນປໍລະປັກກັບຫລາຍປະເທດບ້ານໃກ້ເຮືອນຄຽງ. ທ່ານນາງ Loiza Levis ສະມາຊິກຂອງອົງການດັ່ງກ່າວໃຫ້ຮູ້ວ່າ: ພວກຂ້າພະເຈົ້າຢາກຈີນເຂົ້າໃຈວ່າ ຟິລີບປີນ ແລະ ຈີນ ລ້ວນແຕ່ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ເປັນອ້າຍນ້ອງກັນ. ສະນັ້ນ ແທນທີ່ຈະຕ້ອງສູ້ຢັນກັນ ພວກເຮົາຄວນຊ່ວຍເຫລືອເຊິ່ງກັນ ແລະ ກັນ.