ນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງແຜນການແລະການລົງທຶນລາວ
(ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
ຕ້ອນຮັບລັດຖະມົນຕີກະຊວງແຜນການແລະການລົງທຶນລາວ)
(vovworld) - ໃນການຕ້ອນຮັບທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນລາວ ສຸພັນ ແກ້ວມີໄຊ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອໜູນຊ່ວຍລາວ ໃນພາລະກິດພັດທະນາປະເທດຊາດ, ຍູ້ແຮງການຮ່ວມມື 2 ຝ່າຍ ກໍຄືສົມທົບກັນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນຢ່າງແໜ້ນແຟ້ນ, ມີປະສິດທິຜົນ. ຍາມໃດຫວຽດນາມ ກໍສະໜັບສະໜູນ, ແບ່ງປັນບົດຮຽນເພື່ອປະກອບສ່ວນຊ່ວຍເຫຼືອລາວ ບັນລຸຜົນສຳເລັດໃນຖານະເປັນປະທານອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໃນໄລຍະຈະມາເຖິງ, 2 ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ສວມບົດບາດສຳຄັນໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ແມ່ນອົງການຕົ້ນຕໍ່ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ລັດຖະມົນຕີ 2 ທ່ານ ຕ້ອງເອົາໃຈໃສ່ເຖິງການຮ່ວມມື 2 ຝ່າຍຢ່າງຮອບດ້ານ; ຄົ້ນຄວ້າ, ຊຸກຍູ້ການເຊື່ອມຕໍ່ດ້ານເສດຖະກິດ 2 ປະເທດ ໃນບາງຂົງເຂດສຳຄັນຄື: ຄົມມະນາຄົມ, ການຄ້າ, ພະລັງງານ… ຊຸກຍູ້ການເຊື່ອມຕໍ່ເສດຖະກິດ 3 ປະເທດກຳປູເຈຍ - ລາວ - ຫວຽດນາມ ບົນຈິດໃຈການພົວພັນແບບພິເສດ; ຍູ້ແຮງການແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບການກໍ່ສ້າງ, ຜັນຂະຫຍາຍນະໂຍບາຍພັດທະນາເສດຖະກິດ, ສັງຄົມ, ຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ.
ສ່ວນທ່ານ ສຸພັນ ແກ້ວມີໄຊ ໄດ້ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊາບກ່ຽວກັບໝາກຜົນການເຈລະຈາອັນດີງາມກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ, ທ່ານລັດຖະມົນຕີ ສຸພັນ ແກ້ວມີໄຊ ໃຫ້ຮູ້ວ່າ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນຮ່ວມມືໃນຫຼາຍຂົງເຂດ, ເພີ່ມທະວີການແລກປ່ຽນ, ພົບປະແລກປ່ຽນຕິດຕາມກວດກາ ເພື່ອແນໃສ່ຊຸກຍູ້ບັນດາໂຄງການລົງທຶນຂອງ 2 ປະເທດໃຫ້ໄດ້ຮັບການຜັນຂະຫຍາຍຖືກຕາມແຜນການທີ່ໄດ້ວາງອອກ.