ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງດົ່ງທາບ

ນາຍົກລັດຖະມົນຕີຫງວຽນຊວນຟຸກຢ້ຽມຢາມແລະເຮັດວຽກຢູ່ແຂວງດົ່ງທາບ - ảnh 1
(ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ຊວນ​ຟຸກ​
ຢ້ຽ​ມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ແຂວງ​ດົ່ງ​ທາບ)

(vovworld) - ​ ​ຕອນ​ບ່າຍ​ວັນ​ທີ 12/06, ຢູ່​ນະ​ຄອນ ກາວ​ແລ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດົ່ງ​ທາບ ກ່​ຽ​ວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ແຂວງ, ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ສະ​ພາບ​ແຫ້ງ​ແລ້ງ. ສະ​ຫຼຸບ​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວ​ນ​ຟ​ຸກ ຕີ​ລາ​ຄາ​ວ່າ, ດົ່ງ​ທາບ ມີ​ຄວາມ​ກ້າວ​ໜ້າ​ດ້ານ​ເສດ​ຖະ​ກິດ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັ​ນ​ຕ່າງ​ປະ​ເທດ​ຢ່າງ​ຮອບ​ດ້ານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ສະ​ຫຼຸບ​ຮູບ​ແບບ​ດັ່ງ​ກ່າວ​ເພື່ອ​ແນະ​ນຳ​ໃ​ຫ້​ທ້ອງ​ຖິ່ນ​ອື່ນໆ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕ​ີ ຫງວຽນ​ຊວນ​ຟຸກ ຮ​ຽກ​ຮ້ອງ​ໃຫ້​ແຂວງ​ດົ່ງ​ທາບ ຈົ່ງມີ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ​້າ​ອາ​ກາດ​ໃນ​​ເຂດ​ທົ່ງ​ພຽງ​ແ​ມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ