ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ VINCI ຂອງຝະລັ່ງ

(VOVWORLD) -ຕອນບ່າຍວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jerome Stubler ປະທານກຸ່ມບໍລິສັດ VINCI ຂອງຝະລັ່ງພວມເຄື່ອນໄຫວຢ້ຽມຢາມຫວຽດນາມ
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ຕ້ອນຮັບປະທານກຸ່ມບໍລິສັດ VINCI ຂອງຝະລັ່ງ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ        ທ່ານ Jerome Stubler ປະທານກຸ່ມບໍລິສັດ VINCI ຂອງຝະລັ່ງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ຫວຽດນາມພວມມີຄວາມຕ້ອງການພັດທະນາພື້ນຖານໂຄງລ່າງ, ເປັນຕົ້ນແມ່ນເສັ້ນທາງດ່ວນ ແລະ ສະເໜີ ກຸ່ມບໍລິສັດ VINCI ສືບຕໍ່ເຂົ້າຮ່ວມບັນດາໂຄງການ, ນັບທັງການຊື້ເອົາສິດຂຸດຄົ້ນການນຳໃຊ້ບັນດາເສັ້ນທາງດ່ວນ, ພ້ອມກັນນັ້ນ ການສະໜອງນ້ຳສະອາດ ແລະ ການບຳບັດນ້ຳເສຍກໍແມ່ນຄວາມຮຽກຮ້ອງຕ້ອງການຢ່າງສູງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫວັງວ່າ ໂດຍຜ່ານການຈັດການປະມູນຢ່າງໂປ່ງໃສເພື່ອເລືອກເອົາຄູ່ຮ່ວມທີ່ດີ, ມີຄວາມສາມາດບົ່ມຊ້ອນຢ່າງແທ້ຈິງກ່ຽວກັບເຕັກໂນໂລຢີທັນສະໄໝເພື່ອລົງທຶນເຂົ້າບັນດາໂຄງການຢູ່ຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ