ນາຍົກລັດຖະມົນຕີເປັນປະທານກອງປະຊຸມສົ່ງເສີມການລົງທຶນແລະໂຄສະນາການທ່ອງທ່ຽວແຂວງລາຍເຈົາ
(ນາຍົກລັດຖະມົນຕີເປັນປະທານກອງປະຊຸມສົ່ງເສີມ
ການລົງທຶນແລະໂຄສະນາການທ່ອງທ່ຽວແຂວງລາຍເຈົາ)
(vovworld) - ກ່າວຄຳເຫັນທີ່ກອງປະຊຸມ ໃນຕອນເຊົ້າວັນທີ 23/04, ຢູ່ແຂວງລາຍເຈົາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ລາຍເຈົາ ມີຄວາມຄວາມສາມາດບົ່ມຊ້ອນພັດທະນາເສດຖະກິດທີ່ໃຫຍ່ຫຼວງຄື ມີແຫຼ່ງນ້ຳ, ມີບັນດາຜະລິດຕະພັນກະເສດ ເຊິ່ງຕະຫຼາດຍີ່ປຸ່ນ ຮັບຮູ້, ມີແຫຼ່ງສິນໃນນ້ຳທີມີຄວາມສາມາດບົ່ມຊ້ອນ… ນອກນັ້ນ, ຍັງມີບັນດາຜະລິດຕະພັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕ່າງໆ, ບັນດາທັດສະນີຍະພາບສວຍງາມ ສາມາດຮ່ວມມືພັດທະນາການທ່ອງທ່ຽວ.
ກ່ຽວກັບບັນດາວຽກງານທີ່ຕ້ອງເຮັດ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ແຂວງ ລາຍເຈົາ ຕ້ອງຮີບເຮັ່ງປະຕິຮູບລະບຽບການບໍລິຫານ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດທີ່ສະດວກ.
“ແຂວງ ຕ້ອງສືບຕໍ່ປະຕິຮູບລະບຽບການບໍລິຫານໃຫ້ເປັນຢ່າງດີກວ່າ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ສະດວກກວ່າ, ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດບັນລຸປະສິດທິຜົນໃນບໍລິເວນແຂວງ. ລາຍເຈົາ ຕ້ອງຖືຜົນປະໂຫຍດຂອງນັກລົງທຶນຄືດັ່ງຜົນປະໂຫຍດຂອງແຂວງຕົນ, ຂອງປະເທດຕົນ”.
ກ່ຽວກັບການໜູນຊ່ວຍຂອງລັດຖະບານສຳລັບແຂວງ ລາຍເຈົາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ໃນຕໍ່ໜ້າຈະລົງທຶນພື້ນຖານໂຄງລ່າງໃຫ້ລາຍເຈົາ, ກ່ອນອື່ນໝົດແມ່ນເສັ້ນທາງຈາກລາຍເຈົາເຊື່ອມຕໍ່ກັບເສັ້ນທາງດ່ວນຮ່າໂນ້ຍ - ລາວກາຍ ແລະ ບັນດາເສັ້ນທາງຕ່າງໆ.