ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງ ຮຽກ​ຮ້ອງ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ຂອງ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ​ໃນ​ຂົງ​ເຂດ​ເສັ້ນ​ທາງ​ລົດ​ໄຟກວ່າ​ອີກ

(VOVWORLD) - ຕອນເຊົ້າວັນທີ 3 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນຳບັນດາກິດຈະກຳຈຸດສຸມ, ໂຄງການສຳຄັນແຫ່ງຊາດໃນຂົງເຂດເສັ້ນທາງລົດໄຟ, ເປັນປະທານວາລະປະຊຸມຄັ້ງທີ 7.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງ​ຈິງ ຮຽກ​ຮ້ອງ​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ຂອງ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຈຸດ​ສຸມ​ໃນ​ຂົງ​ເຂດ​ເສັ້ນ​ທາງ​ລົດ​ໄຟກວ່າ​ອີກ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການພັດທະນາຂະແໜງທາງລົດໄຟຈະແມ່ນພື້ນຖານສຳຄັນເພື່ອຊຸກຍູ້ການເຕີບໂຕຢູ່ລະດັບສອງຕົວເລກ, ຜ່ານນັ້ນສ້າງວຽກເຮັດງານທຳ, ສ້າງບັນຍາກາດ, ທ່ວງທ່າ, ກຳລັງໜູນເພື່ອໃຫ້ປະເທດຊາດພັດທະນາ, ພ້ອມທັງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍ logistic, ເພີ່ມກຳລັງແກ້ງແຍ້ງຂອງສິນຄ້າ ຫວຽດນາມ, ຊ່ວຍຫຼຸດຜ່ອນສະພາບລົດຕິດຢູ່ບັນດາຕົວເມືອງໃຫຍ່.

ທ່ານນາຍົກລັດຖະມົນຕີ ສະເໜີບັນດາສະມາຊິກປະກອບຄຳເຫັນໃສ່ເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ - ຫ໋າຍຝ່ອງກ່ຽວກັບວຽກງານຜັນຂະຫຍາຍການລົງທຶນດ້ວຍໂຄງການພາກທີ 1, ວຽກງານສ້າງບົດລາຍງານຄົ້ນຄ້ວາຄວາມເປັນໄປໄດ້ຂອງໂຄງການພາກທີ 2, ສະພາບການຜັນຂະຫຍາຍສັນຍາວິທີການເຊື່ອມຕໍ່ລາງລົດໄຟ, ສ້າງຂົ້ວເສັ້ນທາງລົດໄຟຜ່ານຊາຍແດນ, ວຽກງານຊົດເຊີຍໜູນຊ່ວຍປະຊາຊົນຕັ້ງຖີ່ນຖານຄົງທີ່. ສຳລັບເສັ້ນທາງລົດໄຟຄວາມໄວສູງເໜືອໃຕ້, ທ່ານນາຍົກລັດຖະມົນຕີ ສະເໜີເຮັດແຈ້ງສະພາບການຜັນຂະຫຍາຍບັນດາໜ້າທີ່ໄດ້ຮັບມອບໝາຍກ່ຽວກັບແຜນການລະອຽດທີ່ຈະປະຕິບັດໃນໄລຍະຈະມາເຖິງ ກ່ຽວກັບວຽກງານສ້າງບົດລາຍງານຄົ້ນຄ້ວາຄວາມເປັນໄປໄດ້, ທີ່ກ່ຽວຂ້ອງເຖິງເສັ້ນທາງ ແລະ ສະເໜີບັນດາມາດຕະການຍູ້ໄວຄວາມຄືບໜ້າໃນການປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ