ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຢູ່ ບຣຸໄນ

ນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ ຢູ່ ບຣຸໄນ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ
(ພາບ: Đức Tám/TTXVN)

(vovworld) - ​​ຕາມ​​ແຈ້ງ​ການຂອງ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເມື່ອ​ວັນ​ທີ 21/4, ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ກະສັດ​ແຫ່ງ​ລາຊະ​ອານາຈັກ ບຣຸ​ໄນ Hassanal Bolkiad, ທ່ານ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ  ຈະ​ນຳ​ໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ ຄັ້ງ​ທີ 22, ​ຊຶ່ງໄດ້​ຮັບ​ການຈັດ​ຕັ້ງ​ຂຶ້ນ​ຢູ່ ບຣຸ​ໄນ ​ໃນ​ລະຫວ່າງ​ວັນ​ທີ 24 – 25/4. ດ້ວຍ​ຫົວ​ຂໍ້​ວ່າ “ອາ​ຊຽນ - ປະຊາຊົນ ​ແລະ ອະນາຄົດ​ຂອງ​ພວກ​ເຮົາ”, ກອງ​ປະຊຸມ​ຈະ​ພິຈາລະນາ​ກ່ຽວ​ກັບ 4 ຫົວ​ຂໍ້​ຕົ້ນ​ຕໍ່​ຄື: ການ​ກຳນົດ​ທິດ ​ແລະ ບຸລິມະສິດ​ຂອງ ອາ​ຊຽນ ​ໃນ​ປີ 2013, ກ​ຳນົດທິດ​ຂອງ ອາ​ຊຽນ ​ແຕ່​ນີ້​ຮອດ​ປີ 2015 ​ແລ​ະ ຫຼັງ​ປີ 2015, ຍູ້​ໄວ​ວິວັດ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ, ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ສຳຄັນ​ຂອງ​ພາກ​ພື້ນ ​ແລະ ​ໂຄງ​ປະກອບ​ພາກ​ພື້ນ​ພວມສ້າງ​ເປັນ​ຮູບ​ປະ​ທຳ, ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ