ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ ຕ້ອນຮັບ ເສນາທິການໃຫຍ່ ກອງທັບບຸນກາຣີ

ນາຍົກລັດຖະມົນຕີ ຫງວຽນເຕີ້ນຢຸ້ງ ຕ້ອນຮັບ ເສນາທິການໃຫຍ່ ກອງທັບບຸນກາຣີ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​​ຕ້ອນຮັບ​​
ເສນາ​ທິການ​ໃຫຍ່​ກອງທັບ ບຸນ​ກາຣີ ພ້ອມ​ດ້ວຍ​ຄະ​ນະ
(ພາບ: chinhphudientu)


Vovworld- ຕອນ​ບ່າຍ​ວັນ​ທີ 26/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ​ໄດ້​ໃຫ້ການ​ຕ້ອນຮັບ​​ເສນາ​ທິການ​ໃຫຍ່​ກອງທັບ ບຸນ​ກາຣີ ທ່ານ Hristov Simeonov ຊຶ່ງ​ພວມຢ້ຽມຢາມ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີ້​ນຢຸ້ງ ຢືນຢັນ​ວ່າ ຫວຽດນາມ​ຖື​ເປັນ​ສຳຄັນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ ບຸນ​ກາຣີ ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ. ຫວຽດນາມ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ກອງທັບ​ຂອງ 2 ປະ​ເທດ, ສະ​ເໜີ 2 ຝ່າຍຊຸກຍູ້​ວຽກ​ງານ​ເພື່ອ​ລົງ​ນາມ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງກັນຊາ​ດ​ໃນ​ຂົງ​ເຂດ​ຕ່າງໆ​ຊຶ່ງ​ທັງ 2 ຝ່າຍ​ມີ​ຄວາມ​ສາມາດ​ຮ່ວມ​ມື​ຄື ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ແລກປ່ຽນ​ບົດຮຽນ​​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ​ສາກົນ.

ຂ່າວ/ບົດ​ອື່ນ