(vovworld) - ພາຍຫຼັງທີ່ໄດ້ຮັບການກໍ່ສ້າງມາເປັນເວລາ 7 ປີ, ວັນທີ 23/12, ເຂື່ອນໄຟຟ້ານ້ຳຕົກ ເຊີນລາ ໄດ້ນຳເຂົ້າໃຊ້ການຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ໄດ້ເຂົ້າຮ່ວມ ແລະ ຕັດແຖບຜ້າ. ເປີດນຳໃຊ້ໂຄງການເຂື່ອນໄຟຟ້ານ້ຳຕົກ ເຊີນລາ ແມ່ນກິດຈະການຈຸດສຸມແຫ່ງຊາດ ດ້ວຍກຳລັງໄຟຟ້າຕິດຕັ້ງ 2.400 MW ສະໜອງໄຟຟ້າສະເລ່ຍ 10 ຕື້ kWh/ປີ. ໂຄງການເຂື່ອນໄຟຟ້ານ້ຳຕົກໂດຍບັນດາວິສາຫະກິດຫວຽດນາມ ປະຕິບັດ. ເຂື່ອນໄຟຟ້ານ້ຳຕົກ ເຊີນລາ ນຳເຂົ້າເຄື່ອນໄຫວກ່ອນກຳນົດເວລາ ໄດ້ປະກອບສ່ວນສຳຄັນເຂົ້າໃນການສະໜອງໄຟຟ້າໃຫ້ປະເທດ, ປັບປຸງຊີວີດການເປັນຢູ່ຂອງປະຊາຊົນ, ພ້ອມທັງປະກອບສ່ວນຮັບປະກັນໃຫ້ແກ່ການພັດທະນາຢ່າງໝັ້ນຄົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸ້ງ ໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າຫວຽດນາມ, ພະນັກງານ, ກຳມະກອນ, ພາລະກອນບໍລິສັດເຂື່ອນໄຟຟ້ານ້ຳຕົກເຊີນລາ ຕ້ອງຄຸ້ມຄອງ ແລະ ເຄື່ອນໄຫວໃຫ້ເປັນຢ່າງດີ ເພື່ອໃຫ້ໂຮງງານເຄື່ອນໄຫວຢ່າງປອດໄພ, ໝັ້ນຄົງ, ເສີມຂະຫຍາຍປະສິດທິຜົນສັງລວມຂອງກິດຈະການ. ທ່ານນາຍົກລັດຖະມົນຕີ ຊີ້ນຳໃຫ້ຄະນະກຳມະການປະຊາຊົນ 3 ແຂວງທາງທິດຕາເວັນຕົກສຽງເໜືອຫວຽດນາມ ແມ່ນ ແຂວງເຊີນລາ, ດ້ຽນບຽນ, ລາຍເຈົາ ສືບຕໍ່ຈັດທີ່ດິນຜະລິດ, ຜັນຂະຫຍາຍໂຄງການພັດທະນາເສດຖະກິດ, ແກ້ໄຂວຽກເຮັດງານທຳໃຫ້ປະຊາຊົນຢູ່ທ້ອງຖິ່ນຕ່າງໆທີ່ຕັ້ງຖິ່ນຖານຄົງທີ່ຄືນໃໝ່, ໂດຍສະເພາະແມ່ນປະຊາຊົນທີ່ຫາກໍຍົກຍ້າຍໄປຍັງບ່ອນໃໝ່ ເພື່ອສະຫງວນທີ່ດິນໃຫ້ແກ່ການກໍ່ສ້າງກິດຈະການເຂື່ອນໄຟຟ້ານ້ຳຕົກ.