(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເສີມຂະຫຍາຍລັກສະນະເປັນເຈົ້ນການປະດິດຄິດສ້າງໃນການປະຕິບັດໜ້າທີ່, ປະກາດໃຊ້ບັນດາເອກະສານແນະນຳບັນດາກົດໝາຍ, ມະຕິຢ່າງຮີບດ່ວນເພື່ອດຶງດູດແຫຼ່ງກຳລັງ, ແກ້ໄຂສິ່ງທີ່ຍັງຕິດຂັດໃນລະບອບລະບຽບການ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: VOV) |
ຕອນຄ່ຳວັນທີ 29 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການຄຸ້ມຄອງ, ບໍລິຫານເສດຖະກິດມະຫາພາກ, ເປັນເຈົ້າພາບວາລະປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເສີມຂະຫຍາຍລັກສະນະເປັນເຈົ້າການປະດິດຄິດສ້າງໃນການປະຕິບັດໜ້າທີ່, ປະກາດໃຊ້ບັນດາເອກະສານແນະນຳບັນດາກົດໝາຍ, ມະຕິຢ່າງຮີບດ່ວນເພື່ອດຶງດູດແຫຼ່ງກຳລັງ, ແກ້ໄຂສິ່ງທີ່ຍັງຕິດຂັດໃນລະບອບລະບຽບການ. ທ່ານໃຫ້ຮູ້ວ່າ:
ນະໂຍບາຍເງິນຕາຕ້ອງເປັນເຈົ້າການ, ມີໄຫວພິບ, ເໝາະສົມ, ມີປະສິດທິຜົນ, ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ຄວບຄຸມໄພເງິນເຟີ. ກ່ຽວກັບສິນເຊື່ອ, ທະນາຄານແຫ່ງລັດ ຕ້ອງອີງຕາມສະພາບລະອຽດ, ເພີ່ມສິນເຊື່ອ, ອົງການຈັດຕັ້ງສິນເຊື່ອໃດດີແມ່ນໃຫ້ເຕີບໂຕ, ອົງການສິນເຊື່ອໃດຍັງບໍ່ທັນໄດ້ດີແມ່ນຕ້ອງຄວບຄຸມ.