(vovworld) – ວັນທີ 09/12, ກອງປະຊຸມໃຫຍ່ພັກພັນທະມິດປະຊາທິປະໄຕສາສະໜາເຢຊູ (CDU) ຄັ້ງທີ 27 ໄດ້ເລືອກຕັ້ງທ່ານນາງນາຍົກລັດຖະມົນຕີ Angela Merkel ເປັນປະທານພັກຄືນໃໝ່. ນີ້ແມ່ນຄັ້ງທີ 8 ຢ່າງລ້ຽນຕິດທີ່ທ່ານນາງ Merkel ໄດ້ຮັບເລືອກຕັ້ງເປັນປະທານພັກເປັນກາງນີ້. ໃນວາລະເລືອກຕັ້ງທີ່ກອງປະຊຸມໃຫຍ່, ທ່ານນາງນາຍົກລັດຖະມົນຕີ Merkel ໄດ້ຮັບບັດສະໜັບສະໜູນຈາກບັນດາສະມາຊິກພັກ 96,7%.
ກ່ອນໜ້ານັ້ນ, ທີ່ກອງປະຊຸມໃຫຍ່ ຖືກຈັດຂຶ້ນຢູ່ນະຄອນ Cologne, ທ່ານນາງ Merkel ໄດ້ມີບົດກ່າວປາໄສສຳຄັນກ່ຽວຂ້ອງເຖິງຫຼາຍຂົງເຂດສຳຄັນຕໍ່ໜ້າຜູ້ແທນເຂົ້າຮ່ວມປະມານ 2.000 ຄົນ. ທ່ານນາງ Merkel ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງລັດຖະບານເຢຍລະມັນບັນລຸໄດ້ ຄືຮັກສາລາຄາໃຫ້ໝັ້ນທ່ຽງ, ເພີ່ມວຽກເຮັດງານທຳ ແລະ ຍົກສູງອິດທິພົນຊື່ສຽງບົນເວທີສາກົນ.