ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel
(ພາບ: TTXVN)
|
(vovworld)- ວັນທີ 1/5, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ເດີນທາງໄປຢ້ຽມຢາມອາເມລິກາເປັນເວລາ 2 ວັນດ້ວຍຈຸດໃຈກາງແມ່ນວິກິດການຢູ່ຢູກແຣນ ແລະ ສັນຍາຄູ່ຮ່ວມມືການຄ້າ ແລະ ລົງທຶນຂ້າມປາຊີຟິກ (TTIP) . ຕາມແຜນການແລ້ວ, ປະທານາທິບໍດີ ອາເມລິກາ Barak Obama ຈະຕ້ອນຮັບ ແລະ ເຈລະຈາກັບ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຢູ່ທຳນຽບຂາວ. ຈຸດໃຈກາງຂອງການເຈລະຈາແມ່ນບັນດາຄວາມເຄັ່ງຕຶງໃນປະຈຸບັນຢູ່ຢູກແຣນກໍຄືບັນຫາສາກົນອື່ນໆທີ່ຕ່າງຝ່່າຍຕ່າງມີຄວາມສົນໃຈ. ຄາດວ່າ ການນຳ 2 ປະເທດຍັງຈະປຶກສາຫາລືກ່ຽວກັບບັນດາການເຈລະຈາກັບອີຣານທີ່ກ່ຽວຂ້ອງເຖິງໂຄງການນິວເຄຼຍຂອງເຕເຮຣານ, ສະພາບການຊີຣີ ແລະ ຕາເວັນອອກກາງ.