ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານ IPCC
ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ທ່ານ ປະທານ TPCC Rajendra K. Pachauri
(ພາບ: VGP/Nhật Bắc)
(vovworld) - ຕອນບ່າຍວັນທີ 17/8, ຢູ່ສຳນັກງານລັດຖະບານທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານ Rajendra K. Pachauri, ປະທານຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (ຫຼື IPCC) ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີຖືວ່າ: ລັດຖະບານຫວຽດນາມໄດ້ຍົກອອກໂຄງການຈຸດໝາຍແຫ່ງຊາດ, ຍຸດທະສາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາແຜນການ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມກັບບັນດາເອກະສານນິຕິກຳທີ່ກ່ຽວຂ້ອງເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບ ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຫວັງວ່າຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສະໜັບສະໜູນຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວຄົ້ນຄ້ວາຂອງ ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານ Rajendra K. Pachauri ຢັ້ງຢືນວ່າ ຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຍາມໃດກໍຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນວຽກງານຮັບມືກັບການປ່ຽນແປງຂອງດິນຟາ ອາກາດ, ພ້ອມທັງສະເໜີໃຫ້ຫວຽດນາມ ຄວນເພີ່ມທະວີບັນດາມາດຕະການຄື: ລົງທຶນກໍ່ສ້າງລະບົບເຕືອນໄພລ່ວງໜ້າ, ນະໂຍບາຍດັດສົມຂອງລັດ, ພິເສດແມ່ນການດັດສົມນ້ຳ.