ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ ຫົວໜ້າຜູ້ຕາງໜ້າ EU ປະຈຳຫວຽດນາມ
ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະທ່ານ Franz Jessen ຫົວໜ້າຄະນະຜູ້ຕາງໜ້າ EU ປະຈຳຫວຽດນາມ
(ພາບ: TTXVN)
|
Vovworld- ຕອນບ່າຍວັນທີ 4/10, ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ໃຫ້ການຕ້ອນຮັບທ່ານ Franz Jessen ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ EU ປະຈຳຫວຽດນາມ ເນື່ອງໃນໂອກາດມາຮັບໜ້າທີ່ຢູ່ຫວຽດນາມ. ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເນັ້ນໜັ້ກວ່າ ການພົວພັນລະຫວ່າງ ຫວຽດນາມ - ສະຫະພາບເອີລົບ EU ພວມຢູ່ໃນໄລຍະພັດທະນາຢ່າງດີງາມໃນຫຼາຍຂົງເຂດ , ວົງເງິນການຄ້າ 2 ສົ້ນ ໄດ້ເພີ່ມຂຶ້ນສູງໃນໄລຍະທີ່ຜ່ານມາ. ບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສະຫະພາບເອີລົບ EU ໄດ້ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງໃຫ້ແກ່ການພັດທະນາລວມຂອງທັງ 2 ຝ່າຍ . ທ່່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ສະເໜີວ່າ ໃນອາຍຸການປະຕິບັດງານຢູ່ຫວຽດນາມ, ທ່ານ ເອກອັກຄະລັດຖະທູດ Franz Jessen ຈະສົມທົບຢ່າງແໜ້ນແຟ້ນກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ແນໃສ່ຊຸກຍູ້ການພົວພັນຮ່ວມລະຫວ່າງ ຫວຽດນາມ - ສະຫະພາບເອີລົບ EU, ທ່່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນການສະໜັບສະໜູນສະຫະພາບເອີລົບ EU ເພີ່ມທະວີການຮ່ວມມືກັບອາຊຽນ, ພ້ອມທັງຊຸກຍູ້ການເຈລະຈາ FTA ລະຫວ່າງ ຫວຽດນາມ - ສະຫະພາບເອີລົບ EU. ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຍັງຫວັງວ່າ ສະຫະພາບເອີລົບ EU ຈົ່ງສະໜັບ ສະໜູນຫຼັກການ 6 ຂໍ້ຂອງບັນດາປະເທດອາຊຽນກ່ຽວກັບບັນຫາຕາເວັນອອກ.