ນຳການພົວພັນອາຊຽນ- ອາເມລິກາຂື້ນເປັນ ຄູ່ຮ່ວມມືຍຸດທະສາດ
Nhat Quynh-Huy Hoang-ນັກຂ່າວ VOV ປະຈຳອາເມລິກາ -  
ຫວຽດນາມເຂົ້າຮ່ວມການປະຊຸມໂອ້ລົມສົນທະນາອາຊຽນ-ອາເມລິກາ ຄັ້ງທີ 26
(ພາບ:baobinhphuoc.com.vn)
(vovworld) - ອາຊຽນ-ອາເມລິກາ ບັນລຸໄດ້ບັນດາຄວາມຄຶບໜ້າສຳຄັນໃນການພົວພັນຮ່ວມມືສອງຝ່າຍ ແລະ ຕັດສິນໃຈນຳການພົວພັນນີ້ຂຶ້ນເປັນລະດັບຄູ່ຮ່ວມມືຍຸດທະສາດ. ຄຳປະກາດດັ່ງກ່າວໄດ້ຍົກອອກມາທີ່ການປະຊຸມໂອ້ລົມສົນທະນາອາຊຽນ-ອາເມລິກາ ຄັ້ງທີ 26 ຫາກໍ່ຈັດຂຶ້ນຢູ່ວໍຊິງຕັນ ໃນວັນທີ 2-3/5 ຜ່ານມາ. ນີ້ແມ່ນການປະຊຸມປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດໃນຂອບເຂດການໂອ້ລົມສົນທະນາອາຊຽນ-ອາເມລິກາ ເພື່ອແນໃສ່ປຶກສາຫາລືການກຳນົດທິດ ແລະ ບັນດາມາດຕະການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ. ທ່ານຟ້າມກວາງວີງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ບັນດາປະເທດອາຊຽນ ແລະ ອາເມລິກາ ເນັ້ນໜັກເຖິງຄວາມສຳຄັນຍຸດທະສາດຂອງການພົວພັນຄູ່ຮ່ວມມືສອງຝ່າຍສຳລັບສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ ແລະ ໃຫ້ຄຳໝັ້ນສັນຍາຈະເປີດກ້ວາງການຮ່ວມມືເພື່ອແນໃສ່ນຳການພົວພັນນີ້ຂຶ້ນໃນລະດັບຄູ່ຮ່ວມມືຍຸດທະສາດ.
ຝ່າຍອາເມລິກາ ຊີ້ແຈງວ່າຈະສືບຕໍ່ນະໂຍບາຍສະໜິດຕິດພັນກັບອາຊີ-ປາຊີຟິກ ເວົ້າລວມ ແລະ ອາຊຽນ ເວົ້າສະເພາະ, ຖືວ່າ ອາຊຽນ ແມ່ນເສົາຕ້ຳຕົ້ນຕໍໃນນະໂຍບາຍຂອງອາເມລິກາ ແລະ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນພາກພື້ນ. ອາເມລິກາ ຍັງຢືນຢັນຈະສືບຕໍ່ໜູນຊ່ວຍອາຊຽນ ເພີ່ມທະວີການເຊື່ອມໂຍງ ແລະ ຮັດແຄບຊ່ອງວ່າງການພັດທະນາໂດຍຜ່ານບັນດາຂອບເຂດການຮ່ວມມືໃໝ່.
Nhat Quynh-Huy Hoang-ນັກຂ່າວ VOV ປະຈຳອາເມລິກາ