ນຳຂະແໜງອາຍແກັດຫວຽດນາມໃຫ້ກາຍເປັນຂະແໜງອຸດສາຫະກຳລະດັບໂລກແລະພາກພື້ນ

ນຳຂະແໜງອາຍແກັດຫວຽດນາມໃຫ້ກາຍເປັນຂະແໜງອຸດສາຫະກຳລະດັບໂລກແລະພາກພື້ນ - ảnh 1
​ພິ​ທີ​ຕ້ອນ​ຮັບ​ນາມ​ມະ​ຍົ​ດ​ວິ​ລະ​ຊົນ​ແຮງ​ງານ
​ຂອງ​ບໍ​ລິ​ສັດ​ໃຫຍ່​ນ້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ
(ພາບ: VGP)


(vovworld) - ຕອນ​ເຊົ້າ​ວັ​ນ​ທີ 03/04, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕ້ອນ​ຮັບ​ນາມ​ມະ​ຍົ​ດ​ວິ​ລະ​ຊົນ​ແຮງ​ງານ​ຂອງ​ບໍ​ລິ​ສັດ​ໃຫຍ່​ນ້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຂະ​ແໜງ​ນ້ຳ​ມັນ​ອາຍ​ແກັດ ເວົ້າ​ລວມ ແລະ ຂະ​ແໜງ​ອາຍ​ແກັດ ເວົ້າ​ສະ​ເພາະ, ໃນ​ພາ​ລະ​ກິດ​ພັ​ດ​ທະ​ນາ​ປ​ະ​ເທ​ດ​ຊາດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ບໍ​ລິ​ສັດ​ໃຫຍ່​ນ້ຳ​ມັນ​ອາຍ​ແກັດ​ຫວຽດ​ນາມ ຕ້ອງ​ມີ​ວິ​ໄສ​ທັດ, ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ນຳ​ຂະ​ແໜງ​ອາ​ຍ​ແກັດ​ຫວຽດ​ນາມ ໃຫ້​ກາຍ​ເປັນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ລະ​ດັບ​ພາກ​ພື້​ນ ແລະ ໂລກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ,

        “ຕ້ອງ​ເອົາ​ໃຈ​ໃສ່​ເຖິ​ງວຽກ​ງານ​ບຳ​ລຸງ​ສ້າງ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ມີ​ຄຸນ​ນະ​ພາບ, ວິ​ຊາ​ສະ​ເພາະ, ເອົາ​ໃຈ​ໃສ່​ເຖິງວັດ​ທະ​ນະ​ທຳ​ວິ​ສາ​ຫ​ະ​ກິດ ແລະ ຍົກ​ສູ​ງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ຄົນ​ງານ. ຕ້ອງ​ເປັນ​ເຈົ້າ​ການ​ຊອກ​ຫາ​ບັນ​ດາ​ແຫຼ່ງ​ອາຍ​ແກັດ​ໃໝ່, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ສາງ, ທ່າ​ກ່ຳ​ປັ່ນ ແລະ ລະ​ບົບ​ທໍ່​ສົ່ງ​ອາຍ​ແກັດ ເຊື່ອມ​ຕໍ່​ກັບ​ພາກ​ພື້ນ​, ສ້າງ​ໃຫ້​ເປັ​ນ​ລະ​ບົບ​ທໍ່​ສົ່ງ​ອາຍ​ແກັດ​ແຫ່ງ​ຊາດ​ເທື່ອ​ລະ​ກ້າວ, ຄົ້ນ​ຄວ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃໝ່”.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ລົງ​ສະ​ຖານ​ທີ່​ເກີດ​ອຸ​ບັດ​ຕິ​ເຫດຢູ່​ນະ​ຄອນ​ບຽນ​ຮ່​ວາ, ແຂວງ​ດົ່ງ​ນາຍ, ເພື່ອ​ຊີ້​ນຳ​ວຽກ​ງານ​ແກ້​ໄຂ​ເຫດ​ຂົວ ເກັງ ​ຖືກ​ຫັກ​ພັກ​ລົງ, ເຮັ​ດ​ໃຫ້​ລົດ​ໄ​ຟ​ພາກ​ເໜືອ - ພາກ​ໃຕ້ ຖືກ​ຕັດ​ຕອນ.

ຂ່າວ/ບົດ​ອື່ນ