(ພາບປະກອບ)
(vovworld) - ວັນທີ 10/04, ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ກ່າວເຕື່ອນວ່າ ບໍ່ຄວນເຮັດໃຫ້ວິກິດການໃນແຫຼມເກົາຫຼີ ເພີ່ມຂຶ້ນ ດ້ວຍການສ້ອບຮົບດ້ານການທະຫານ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງການພົບປະກັບຜູ້ຮ່ວມຕຳແໜ່ງອາເມລິກາ ທ່ານ John Kerry ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດກຸ່ມບັນດາພື້ນຖານເສດຖະກິດພັດທະນາໄວກວ່າໝູ່ຂອງໂລກ (G8) ຢູ່ອັງກິດ, ທ່ານ Lavrov ໄດ້ຖືວ່າ ພວມມີໂອກາດເພື່ອຫລຸດຜ່ອນຄວາມເຄັ່ງຕຶງນີ້.
ແລະກໍໃນວັນດຽວກັນ, ທ່ານ Kerry ໄດ້ມີການພົບປະກັບທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ແລະ ແບ່ງປັນຄວາມວິຕົກກັງວົນຕໍ່ບັນດາການກະທຳຂອງ ສປປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງເລື່ອງໃຫ້ຫາກຖານນິວເຄຼຍ Yongbyong ເຄື່ອນໄຫວຄືນໃໝ່ ກໍຄືບັນດາການຜັນແປຫວ່າງແລ້ວນີ້ ເພື່ອກະກຽມໃຫ້ແກ່ການຍິງທົດລອງລູກສອນໄຟ. 2 ຝ່າຍກໍເຫັນດີເພີ່ມທະວີການຮ່ວມມືເພື່ອແນໃສ່ສະກັດກັ້ນແນວຄວາມຄິດທີ່ກ່ຽວຂ້ອງເຖິງບັນຫານິວເຄຼຍຂອງພຽງຢາງ.
ອາເມລິກາ ກໍຮຽກຮ້ອງໃຫ້ ສປປ.ເກົາຫຼີ ຈົ່ງລະງັບໃຈໃນສະພາບທີ່ມີຂ່າວວ່າ ປະເທດນີ້ອາດຈະຍິງທົດລອງລູກສອນໄຟ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Chuck Hagel ໄດ້ກ່າວເຕື່ອນສະພາບເຄັ່ງຕຶ້ງຢູ່ແຫຼມເກົາຫຼີ ພວມກ່າວໄປເຖິງລະດັບອັນຕະລາຍ. ທ່ານຮຽກຮ້ອງໃຫ້ ສປປ.ເກົາຫຼີ ບໍ່ເພີ່ມບັນດາການກະທຳຄືຍິງທົດລອງລູກສອນໄຟ, ຫາກຄວນປະກອບສ່ວນຫລຸດຜ່ອນຄວາມເຄັ່ງຕຶງໃນປະຈຸບັນ.