ບັງກະລາເດສປະກາດໄວ້ທຸກລະດັບຊາດເປັນເວລາ2ວັນ

ຍາດຕິພີ່ນ້ອງຜູ້ປະສົບເຄາະຮ້າຍ
(ພາບ: ສຳນັກຂ່າວສານຊິນຮວາ/ສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 2/7, ທ່ານນາຍົກລັດຖະມົນຕີ ບັງກະລາເດສ Sheikh Hasina ປະກາດໄວ້ທຸກລະດັບຊາດເປັນເວລາ 2 ວັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກການບຸກໂຈມຕີຈັບຕົວປະກັນຢູ່ພັດທະຄານແຫ່ງໜຶ່ງໃນນະຄອນຫຼວງ Dhaka, ເຮັດໃຫ້ຢ່າງໜ້ອຍສຸດມີ 20 ຄົນເສຍຊີວິດ, ໃນນັ້ນສ່ວນຫຼາຍແມ່ນຊາວຕ່າງປະເທດ. ກ່າວຄຳເຫັນທາງໂທລະພາບເມື່ອຕອນຄຳ່ວັນທີ 2/7, ທ່ານນາຍົກລັດຖະມົນຕີ Sheikh Hasina ໃຫ້ຮູ້ວ່າການໄວ້ທຸກແກ່ຍາວແຕ່ວັນທີ 3 – 4/7. ກ່ອນໜ້ານັ້ນ, ກ່າວຄຳເຫັນພາຍຫຼັງບັນດາກຳລັງປ້ອງກັນຄວາມສະຫງົບສິ້ນສຸດບັ້ນກອບກູ້ເອົາຊີວິດຕົວປະກັນ, ທ່ານ Sheikh Hasina ຢັ້ງຢືນວ່າ: ບັງກະລາເດສ ເດັດດຽວຕໍ່ສູ້ຕ້ານລັດທິກໍ່ການຮ້າຍດ້ວຍທຸກໆຮູບແບບ. ທ່ານ Sheikh Hasina ກ່າວປະນາມການກະທຳຂອງບັນດາຜູ້ກໍ່ໃຫ້ເກີດການບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫຼວງ Dhaka.