ບັນ​ດາ​ກິດ​ຈະ​ກຳ​ຢູ່ ງານ​ບຸນ ກາ​ເຟບວນ​ເມ​ທວດ 2027

(VOVWORLD) - ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 10 ມີນາ, ທັງໝົດມີ 20 ກິດຈະກຳຫຼັກຈະໄດ້ຈັດຂຶ້ນດ້ວຍບັນດາເນື້ອໃນຄື ວັດທະນະທຳ, ສົ່ງເສີມການຄ້າ, ກອງປະຊຸມສະເພາະຂະແໜງ ແລະ ການທ່ອງທ່ຽວ.
ບັນ​ດາ​ກິດ​ຈະ​ກຳ​ຢູ່ ງານ​ບຸນ ກາ​ເຟບວນ​ເມ​ທວດ 2027 - ảnh 1ທ່ານ ດ່າວໝິ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ດັກລັກ ກ່າວຄຳເຫັນ (ພາບ: VOV)

ຕາມແຜນຮ່າງງານບຸນ ກາເຟບວນມາທວດຄັ້ງທີ 10 ປີ 2027 ເຊິ່ງຄະນະກຳມະການປະຊາຊົນແຂວງ ດັກລັກໄດ້ ພິຈາລະນາໃນຕອນບ່າຍວັນທີ 2 ເມສາ, ຄາດວ່າງານບຸນໄດ້ດຳເນີນໃນວັນທີ 6 ມີນາ ຈົນຮອດວັນທີ 4 ເມສາ 2027, ດ້ວຍຫົວຂໍ້ “ບວນມາທວດ - ສະຖານທີ່ນັດພົບຂອງກາເຟໂລກ”. ຄາດວ່າ, ພິທີໄຂຈະດຳເນີນໃນຕອນຄ່ຳວັນທີ 10 ມີນາ, ທັງໝົດມີ 20 ກິດຈະກຳຫຼັກຈະໄດ້ຈັດຂຶ້ນດ້ວຍບັນດາເນື້ອໃນຄື ວັດທະນະທຳ, ສົ່ງເສີມການຄ້າ, ກອງປະຊຸມສະເພາະຂະແໜງ ແລະ ການທ່ອງທ່ຽວ. ທ່ານ ດ່າວໝິ, ຮອງປະທານຄະນະກຳມະການປະຊາຊົນ ແຂວງ ດັກລັກ ໃຫ້ຮູ້ວ່າ:

ກ່ອນນີ້ງານບຸນໄດ້ຈັດຂຶ້ນໃນບໍລິເວນຮັດແຄບ, ປັດຈຸບັນ ແມ່ນໄດ້ຮັບການເປີດກວ້າງແລ້ວ, ເພາະສະນັ້ນ ຂ້າພະເຈົ້າປາດຖະໜາວ່າ ພວກເຮົາຈົ່ງຕັດສິນໃຈຈັດຕັ້ງງານບຸນໃຫ້ສົມກັບຂອບຂະໜາດ, ທ່າໄດ້ປຽບ, ຄວາມສາມາດບົ່ມຊ້ອນຂອງດັກລັກ. ພວກເຮົາຖືວ່ານີ້ແມ່ນການໂຄສະນາພາບພົດຂອງ ດັກລັກ ແລະ ວິສາຫະກິດ ຂອງທ້ອງຖິ່ນ. ນີ້ແມ່ນຈຸດປະສົງພັດທະນາການທ່ອງທ່ຽວ, ແນະນຳ, ໂຄສະນາເຄື່ອງໝາຍກາເຟຂອງ ດັກລັກ.

ຕອບກັບ

ຂ່າວ/ບົດ​ອື່ນ