ບັນດາການເຄື່ອນໄຫວຟົດຟື້ນທີ່ Festival ຊາສາກົນໄທງວຽນ
ພາບປະກອບ
(ພາບ:Minh Hải/TTXVN)
(vovworld) – Festival ຊາສາກົນໄທງວຽນ - ຫວຽດນາມ ຄັ້ງທີ 2 ປີ 2013 ຖືກໄຂຂຶ້ນໃນຕອນຄຳ່ວັນທີ 9/11, ຢູ່ນະຄອນ ໄທງວຽນ. ນີ້ແມ່ນໂອກາດເຊີດຊູວັດທະນະທຳ ຊາ, ເຄື່ອງໝາຍການຄ້າຊາ ຫວຽດນາມ, ຢັ້ງຢືນຊື່ສຽງຂອງຊາໄທງວຽນ.
ກ່ອນໜ້ານັ້ນ, ວັນທີ 8/11, ໄດ້ຈັດຕັ້ງການເຄື່ອນໄຫວຕົ້ນຕໍ່ຕ່າງໆໃນຂອບເຂດ Festival ຊາສາກົນໄທງວຽນ: ລາຍການ Canaval ຊາ ໄທງວຽນ, ການພົບປະແລກປ່ຽນມີຫົວຂໍ້ວ່າ: ຊາ ຫວຽດນາມ - ອະດີດຕະການ - ປະຈຸບັນ ແລະ ທ່າອ່ຽງພັດທະນາໃນອະນາຄົດ”, ງານບຸນວັດທະນະທຳ ຊາ ແລະ ເປີດສະຫຼອງ “ເສັ້ນທາງຊາຫວຽດນາມ”, ງານວາງສະແດງຮູບພາບສິລະປະດ້ວຍຫົວຂໍ້ “ປະເທດຊາດ, ຊາວ ແລະ ຊາ ໄທງວຽນ”