ພາບປະກອບ: internet
|
(vovworld) - ວັນທີ 12/12 ຢູ່ ນະຄອນແທງຮວາ ແລະ ບ່າເຣ້ຍ ຫວູງເຕົາ ໄດ້ຈັດຕັ້ງກອງປະຊຸມສະຫລຸບ 10 ປີ ແຫ່ງການປະຕິບັດດຳລັດກ່ຽວກັບຂໍ້ກຳນົດເຂດຊາຍແດນ ທະເລ ແລະ ຜັນຂະຫຍາຍແຜນຮ່າງປ້ອງກັນຄວາມສະຫງົບທາງທະເລ ໄລຍະ 2012 - 2015. ຕາມການຕີລາຄາຂອງບັນດາທ້ອງຖິ່ນດັ່ງກ່າວແລ້ວ, ໃນ 10 ປີ ແຫ່ງການປະຕິບັດ, ຂໍ້ກຳນົດເຂດຊາຍແດນທະເລໄດ້ປະກອບສ່ວນຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບຂອງພະນັກງານ, ການນຳ, ອຳນາດກ ານປົກຄອງ, ໝູ່ມະຫາຊົນ ແລະ ສະຕິຄວາມຮັບຮູ້ຂອງປະຊາຊົນໃນວຽກງານຄຸ້ມຄອງ, ປົກປັກຮັກສາເຂດຊາຍແດນທະເລ. ບັນດາເມືອງ, ເທດສະບານຢູ່ແຄມທະເລ ໄດ້ສ້າງຂະບວນການໝູ່ມະຫາຊົນ ເຂົ້າຮ່ວມການປົກປັກຮັກສາອະທິປະໄຕ, ການປ້ອງກັນຄວາມສະຫງົບຢູ່ເຂດທະເລ ແລະ ໝູ່ເກາະ.
ທີ່ກອງປະຊຸມ, ຄຳເຫັນຂອງຜູ້ແທນຫລາຍທ່ານໄດ້ສະເຫນີໃຫ້ລັດຖະບານ ຈົ່ງກຳນົດບັນດາແຜນທີ່, ແຜນທີ່ທະເລ ຫວຽດນາມ ຕ້ອງພິມເສັ້ນຊາຍແດນທະເລ, ເສັ້ນຂີດຂັ້ນນ່ານທະເລ, ເສັ້ນຕິດກັບບໍລິເວນນອກເຂດນ່ານທະເລ ຊຶ່ງກົດໝາຍວ່າດ້ວຍທະເລຂອງ ຫວຽດນາມ ໄດ້ປະກາດເພື່ອຢືນຢັນອະທິປະໄຕ, ສິດອະທິປະໄຕ, ສິດຕັດສິນສະເພາະຂອງ ຫວຽດນາມ ຢູ່ບັນດາເຂດທະເລ, ໝູ່ເກາະ ໃນນັ້ນ ມີໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ພ້ອມທັງໃຫ້ ປະຊາຊົນ, ກຳປັ່ນ ຂອງ ຫວຽດນາມ ແລະ ຕ່າງປະເທດ ຮູ້ຈັກເຖິງ ແລະ ປະຕິບັດຢ່າງຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ຫວຽດນາມ.