ລະບົບທະນາຄານເກຼັກ
ຖືກອັດປະຕູແຕ່ວັນທີ 29/6
ພາບ:internet
|
(vovworld)- ວັນທີ 16/7, ທ່ານ Dimitris Mardas ລັດຖະມົນຕີຊ່ວຍວ່າການກະຊວງການເງິນ ເກຼັກ ໃຫ້ຮູ້ວ່າ: ລະບົບທະນາຄານປະເທດນີ້ ຖືກອັດປະຕູແຕ່ວັນທີ 29/6 ແລະ ຈະເປີດປະຕູຄືນໃຫມ່ໃນວັນທີ 20/7 ຈະມາເຖິງ ແລະ ສືບຕໍ່ຮັກສາລະດັບຖອນເງິນແມ່ນ 60 USD/ຄົນ/ວັນ. ແຈ້ງການດັ່ງກ່າວຖືກຍົກອອກມາພາຍຫລັງທະນາຄານສູນກາງ ເອີລົບ ECB ໃຫ້ຮູ້ວ່າ ຈະເພີ່ມລະດັບຫນູນຊ່ວຍຮີບດ່ວນໃຫ້ບັນດາທະນາຄານຂອງ ເກຼັກ ທີ່ພວມຂາດແຄນເງິນສົດ.
ໃນວັນດຽວກັນ, ບັນດາລັດຖະມົນຕີການເງິນພາກພື້ນໃຊ້ສະກຸນເງິນລວມ ເອີລົບ ໃຫ້ຮູ້ວ່າ: ກຸ່ມນີ້ ໂດຍອີງໃສ່ບົນຫລັກການໄດ້ຮັບຮອງເອົາໂຄງການກູ້ຊ່ວຍຄັ້ງທີ 3 ໃຫ້ເກຼັກ ໃນກຳນົດເວລາ 3 ປີ. Eurogroup ພ້ອມແລ້ວສະຫນອງຈຳນວນເງິນ 7 ຕື້ເອີໂຣ USD ເພື່ອກູ້ຊ່ວຍຮີບດ່ວນໃຫ້ເກຼັກ ແລະ ໃນວັນທີ 17/7 ໄດ້ປະກາດຢ່າງລະອຽດ.