ບັນດາປະເທດບ້ານໃກ້ເຮືອງຄຽງຊອກຫາວິທີການແກ້ໄຂວິກິດການຂອງລີບີ
(ພາບປະກອບ: TTXVN)
(vovworld) - ວັນທີ 01/12, ຢູ່ນະຄອນຫຼວງ Algiers, ໄດ້ໄຂກອງປະຊຸມຄັ້ງທີ 7 ບັນດາປະເທດບ້ານໃກ້ເຮືອງຄຽງ ເພື່ອແນໃສ່ຊອກຫາວິທີການແກ້ໄຂ ວິກິດການການເມືອງຢູ່ຊີຣີ. ກ່າວຄຳເຫັນກ່ອນທີ່ດຳເນີນກອງປະຊຸມ, ທ່ານລັດຖະມົນຕີຮັບຜິດຊອບບັນດາບັນຫາ Magjreb, ສະຫະພາບອາຟະລິກາ ແລະ ສະຫະພັນອາຣັບ ຂອງ ອານເຊຣີ Abdelkader Messahel ຖະແຫຼງວ່າ ນີ້ແມ່ນໂອກາດເພື່ອໃຫ້ອາເຊຣີ ຢືນຢັນຄືນໃໝ່ການສະໜັບສະໜູນສຳລັບວິວັດທະນາການເຊິ່ງສະຫະປະຊາຊາດພວມປະຕິບັດ ເພື່ອແນໃສ່ຍູ້ແຮງການສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດ ມີຄວາມສາມາດບໍລິຫານປະເທດຊາດ ໃນໄລຍະຂ້າມຜ່ານ, ຜ່ານຜ່າບັນດາສິ່ງທ້າທາຍເຊິ່ງລີບີ ພວມປະເຊີນໜ້າ, ໂດຍສະເພາະແມ່ນລັດທິກໍ່ການຮ້າຍ. ທ່ານ Messahel ສະແດງຄຳໝັ້ນສັນຍາສະໜັບສະໜູນທູດພິເສດໃໝ່ຂອງສະຫະປະຊາຊາດກ່ຽວກັບລີບີ.