ບັນດາປະເທດສົມທົບກັນເພີ່ມທະວີການປ້ອງກັນຄວາມປອດໄພດ້ານນິວເຄຼຍ
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ
ກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ເຂົ້າຮ່ວມກອງປະຊຸມ)
(vovworld) - ກອງປະຊຸມສຸດຍອດກ່ຽວກັບຄວາມປອດໄພດ້ານນິວເຄຼຍ ຄັ້ງທີ 4 ຖືກດຳເນີນໃນວັນທີ 01/04 ຢູ່ວໍຊິງຕັນ ດີ.ຊີ, ປະເທດອາເມລິກາ ຢ່າງເປັນທາງການ. ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງ 52 ປະເທດ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ. ກອງປະຊຸມແມ່ນເພື່ອແນໃສ່ປັບປຸງເຈດຈຳນົງດ້ານການເມືອງຂັ້ນສູງ ແລະ ສະກັດກັ້ນກໍ່ການຮ້າຍດ້ານນິວເຄຼຍ. ທີ່ກອງປະຊຸມ, ບັນດາການນຳໂລກ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນຢືນຢັນຄືນໃໝ່ຄຳໝັ້ນສັນຍາສະກັດກັ້ນເພື່ອບໍ່ປະໃຫ້ບັນດາປະເພດອາວຸດນິວເຄຼຍ ຖືກຕົກໃສ່ກຳມືຂອງພວກຫົວຮຸນແຮງ. ໃນຖະແຫຼງການຮ່ວມ, ບັນດາການນຳໂລກໄດ້ໃຫ້ຄຳໝັ້ນສັນຍາມຊຸກຍູ້ສະພາບແວດລ້ອມສາກົນສະຖຽນລະພາບ ດ້ວຍວິທີຫຼຸດຜ່ອນໄພກໍ່ການຮ້າຍດ້ານນິວເຄຼຍ ແລະ ເພີ່ມທະວີຄວາມປອດໄພດ້ານນິວເຄຼຍ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຂໍ້ສັງເກດວ່າ, ກໍ່ການຮ້າຍ, ພິເສດແມ່ນກໍ່ການຮ້າຍດ້ານນິວເຄຼຍ ແລະ ສະພາບແຜ່ຂະຫຍາຍອາວຸດນິວເຄຼຍ ສືບຕໍ່ແມ່ນໄພນາບຂູ່ສຳລັບສັນຕິພາບ, ຄວາມສະຫງົບປອດໄພ, ພ້ອມທັງສົ່ງຜົນສະທ້ອນເຖິງການປະຕິບັດສິດອັນຊອບທຳຂອງບັນດາປະເທດທີ່ນຳໃຊ້ພະລັງງານນິວເຄຼຍເພື່ອຮັບໃຊ້ການພັດທະນາ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ປະກອບສ່ວນເຂົ້າໃນພື້ນຖານວັດທະນະທຳການປ້ອງກັນຄວາມປອດໄພດ້ານນິວເຄຼຍລວມ, ສ້າງເງື່ອນໄຂໃຫ້ການນຳໃຊ້ເຕັກໂນໂລຊີນິວເຄຼຍ, ໃນນັ້ນມີການພັດທະນາພະລັງງານນິວເຄຼຍ ທີ່ສະຫງົບປອດໄພ.