ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ
ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ທ້ວນເຈົາ
(ພາບ: Cong Luat/TTXVN)
(vovworld) - ວັນທີ 5/5, ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 13 ເລີ່ມຕົ້ນລາຍການພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖີ່ນຕ່າງ. ຢູ່ແຂວງ ເຊີນລາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ພ້ອມກັບຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ 4 ທ່ານ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ທ້ວນເຈົາ. ນະທີ່ນີ້, ທ່ານນາງ ຕ່ອງທິຟ໋ອງ ຮອງປະທານສະພາແຫ່ງຊາດ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມເຫັນ, ຄວາມມຸ້ງມາດປາຖະໜາອັນເປັນທຳຂອງຜູ້ມີສິດເລືອກຕັ້ງ.
ຢ່ແຂວງ ນາມດິ້ງ, ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ 5 ທ່ານ ກໍ່ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ແລະ ລາຍງານແຜນການດຳເນີນງານຖ້າຫາກໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ. ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຢືນຢັນຈະເສີມຂະຫຍາຍບົດບາດຂອງຜູ້ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ້ງມາດປາຖະໜາຂອງປະຊາຊົນ; ຕິດພັນກັບຮາກຖານຢ່າງແໜ້ນແຟ້ນ, ຮັບຟັງບັນດາແນວຄິດຈິດໃຈ, ຄວາມມຸ້ງມາດປາຖະໜາ, ຄວາມເຫັນ, ຂໍ້ສະເໜີຂອງຜູ້ມີສິດເລືອກຕັ້ງ ເພື່ອສ່ອງແສງເຖິງສະພາແຫ່ງຊາດ ແລະ ບັນດາອົງການກ່ຽວຂ້ອງພິຈາລະນາ ແລະ ແກ້ໄຂ.
ທີ່ການພົບປະກັບຜູ້ມີສິດເລືອກຕັ້ງແຂວງ ເຫົ້າຢາງ, ບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 13, ອາຍຸການ 2016-2021 ກໍ່ຍົກອອກບັນດາລາຍການດຳເນີນງານຂອງຕົນ, ສະແດງຄວາມຮັບຜິດຊອບ ຖ້າຫາກໄດ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ