ບັນດາຜະລິດຕະພັນສື່ມວນຊົນຂອງສຳນັກຂ່າວສານຫວຽດນາມຕ້ອງປະກອບສ່ວນກຳນົດທິດສັງຄົມ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ
70 ປີແຫ່ງວັນສ້າງຕັ້ງສຳນັກຂ່າວສານຫວຽດນາມ
(ພາບ: TTXVN)
(vovworld) – ຕອນເຊົ້າວັນທີ 15/09, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສຳນັກຂ່າວສານຫວຽດນາມ (15/09/1945 – 15/09/2015) ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ຄັ້ງທີ 2. ໃນ 70 ປີແຫ່ງການກໍ່ສ້າງ, ຕໍ່ສູ້ ແລະ ພັດທະນາ, ມາຮອດປະຈຸບັນສຳນັກຂ່າວສານຫວຽດນາມ ໄດ້ກາຍເປັນສຳນັກຂ່າວສານພັດທະນາບັນດາຮູບການສື່ມວນຊົນຢ່າງແຮງ, ດ້ວຍ 60 ກວ່າຜະລິດຕະພັນຂຶ້ນກັບຫຼາຍຮູບການສື່ມວນຊົນຄື: ສືສິ່ິງພິມ, ສືເອເລກໂຕນິກ, ໂທລະພາບ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການດ້ານຂໍ້ມູນຂ່າວພາຍໃນປະເທດເທົ່ານັ້ນ, ຫາກຍັງຮັບໃຊ້ຂໍ້ມູນຂ່າວຕ່າງປະເທດຢ່າງຕັ້ງໜ້າ ດ້ວຍຫຼາຍພາສາອີກດ້ວຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ.
“ເສີມຂະຫຍາຍມູນເຊື້ອການປະຕິວັດໃນ 70 ປີຜ່ານມາ, ສຳນັກຂ່າວສານຫວຽດນາມ ຄວນສູ້ສົນຜ່ານຜ່າສິ່ງທີ່ຍັງຂົງຂ້າງ, ຈຳກັດ; ສືບຕໍ່ນຳໜ້າໃນວຽກງານໂຄສະນາຢ່າງຊັດເຈັນ ແລະ ມີຊີວິດຊີວາ ກ່ຽວກັບບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ ກົດໝາຍຂອງລັດ. ປະກອບສ່ວນນຳບັນດາມະຕິຂອງພັກ, ມະຕິຂອງສະພາແຫ່ງຊາດ, ບັນດາລາຍການ, ແຜນການດຳເນີນງານຂອງລັດຖະບານເຂົ້າໃນຊີວິດ; ສ່ອງແສງແນວຄິດຈິດໃຈ, ຄວາມຸ່ງຫວັງຂອງປະຊາຊົນຢ່າງທັນການ, ໃຫ້ຂ່າວຕໍ່ສູ້ທີ່ມີກຳລັງເກັ້ຍກອມສູງ ສຳລັບບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ; ປົກປັກຮັກສາຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການຈັດຄັ້ງ ແລະ ຜົນລະເມືອງ”.