ບັນດາຝ່າຍຄ້ານຊີຣີພ້ອມແລ້ວທີ່ຈະເຂົ້າຮ່ວມການເຈລະຈາ
(ພາບປະກອບ: vietbao)
(vovworld) - ພາຍຫຼັງດຳເນີນກອງປະຊຸມຢູ່ນະຄອນຫຼວງ Riyadh (ຊາອຸດີອາຣາເບຍ) 2 ວັນ, ວັນທີ 10/12, ຜູ້ຕາງໜ້າບັນດາຝ່າຍຄ້ານ ແລະ ກຳລັງລຸກຮື້ຂຶ້ນຊີຮີ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນເຫັນດີຈະສ້າງຕັ້ງຄະນະຜູ້ແທນຮ່ວມເພື່ອດຳເນີນການເຈລະຈາກັບລັດຖະບານຊີຣີ ບົນພື້ນຖານຖະແຫຼງການຮ່ວມເຊີແນວ ທີ່ບັນລຸໄດ້ເມື່ອວັນທີ 30/06/2012. ຖະແຫຼງການສຸດທ້າຍຂອງກອງປະຊຸມບັນດາຝ່າຍຄ້ານຊີຣີ ຮຽກຮ້ອງ ນຳຊີຣີ ກາຍເປັນປະເທດປະຊາທິປະໄຕ, ພ້ອມທັງເນັ້ນໜັກວ່າ ປະທານາທິບໍດີ Bashar al Assad ຕ້ອງລາອອກຈາກຕຳແໜ່ງໃນເວລາເລີ່ມຕົ້ນວິວັດການຂ້າມຜ່ານ. ຖະແຫຼງການກໍຊີ້ແຈ້ງວ່າ ບັນດາຝ່າຍເຂົ້າຮ່ວມກອງປະຊຸມຢູ່ Riyadh ສະໜັບສະໜູນ “ກົນໄກປະຊາທິປະໄຕ ຜ່ານອຳນາດການປົກຄອງທີ່ຕາງໜ້າໃຫ້ທຸກໆພາກສ່ວນຂອງປະຊາຊົນຊີຣີ”, ໂດຍບໍ່ຈຳແນກສາສະໜາ, ພັກຝ່າຍ ຫຼື ເຊື້ອຊາດຜິວພັນ.