(vovworld) - ວັນທີ 03/06, ຢູ່ນະຄອນຫຼວງ Algiers ຂອງອານເຊຣີ, ບັນດາຝ່າຍປະທະກັນຢູ່ລີບີ ໄດ້ເລີ່ມຕົ້ນຮອບເຈລະຈາຄັ້ງທີ 3 ພາຍໃຕ້ການສະໜັບສະໜູນຂອງສະຫະປະຊາຊາດ ເພື່ອແນໃສ່ຊອກຫາມາດຕະການແກ້ໄຂດ້ານການເມືອງ ເພື່ອແກ້ໄຂວິກິດການຢູ່ປະເທດອາຟະລິກາເໜືອນີ້. ພິທີເປີດໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານລັດຖະມົນຕີວ່າການຮັບຜິດຊອບບັນດາບັນຫາ Maghreb ແລະ ອາຟະລິກາ ຂອງອານເຊຣີ Abdelkader Mesahel, ພ້ອມກັບທູດພິເສດຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດກ່ຽວກັບລີບີ Bernardino Leon. ຮອບເຈລະຈາຄັ້ງນີ້ ນອນໃນບັນດາຄວາມມານະພະຍາຍາມຂອງອານເຊຣີ ເພື່ອແນໃສ່ເຕົ້າໂຮມຝ່າຍປະທະກັນຕ່າງໆຢູ່ລີບີ ເຂົ້າຮ່ວມການເຈລະຈານຳກັນ ເພື່ອຊອກຫາມາດຕະການແກ້ໄຂວິກິດການ. ນອກຈາກບັນດາບັນຫາກ່ຽວຂ້ອງເຖິງການສ້າງຕັ້ງລັດຖະບານສາມັກຄີຊົນຊາດແລ້ວ, ຄາດວ່າ, ບັນດາຝ່າຍ ຈະເຂົ້າຮ່ວມການເຈລະຈາທີ່ແກ່ຍາວເປັນເວລາ 2 ວັນນີ້ກໍ່ຈະປຶກສາຫາລືກ່ຽວກັບບັນຫາຄວາມສະຫງົບປອດໄພ, ກໍ່ຄືການຜັນແປຫວ່າງມໍ່ໆມານີ້.