ບັນດາແບບຢ່າງກ້າວໜ້າທົ່ວກອງທັບສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ

ບັນດາແບບຢ່າງກ້າວໜ້າທົ່ວກອງທັບສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ - ảnh 1

ປະທານ​ປະ​ເທດມອບຂອງຂວັນໃຫ້ແບບຢ່າງທີ່ກ້າວໜ້າ
(ພາບ VOV)

(vovworld) – ​ຕອນ​ບ່າຍວັນ​ທີ 23/8, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ່ນ​ຊາງ ​ໄດ້​ມີການ​ພົບ​ປະ​ກັບບັນດາ​ຜູ້​ແທນ​ທີ່​ຕາງໜ້າ​ໃຫ້ 150 ໝູ່​ຄະນະ, ບຸກຄົນ​ທີ່​ດີ​ເດັ່ນ​ກ້າວໜ້າ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ​ ​ໂຮ່ຈີ​ມິນ. ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແບບຢ່າງ​ທີ່​ກ້າວໜ້າ​ທົ່ວ​ກອງທັບ​ເຊິ່ງຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 24/8. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ່ນ​ຊາງ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ທີ່​ກຳລັງ​ກອງທັບ​ບັນລຸ​ໄດ້​​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ​ ​ໂຮ່ຈີ​ມິນ. ທ່ານ​ປະທານ​​ເນັ້ນ​ໜັກ​ວ່າ, ກອງທັບ​ປະຊາຊົນ​ຫວຽດນາມ ​ເປັນ​ກຽດ​ທີ່​ໄດ້​ຮັບ​ຊື່ວ່າ​ທະຫານ​ລຸງ​ໂຮ່. ຍ້ອນ​ເຫດ​ນັ້ນ, ​ເພື່ອ​ເຮັດ​ໃຫ້​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ​ ​ໂຮ່ຈີ​ມິນ​ ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງ, ການ​ນຳ, ສະມາຊິກ​ພັກ​ຕ້ອງ​ເປັນ​ແບບຢ່າງ, ພະນັກງານ, ນັກຮົບ​ແຕ່ລະຄົນ ຕ້ອງ​ຍົກ​ສູງ​ຄວາມ​ຕື່ນ​ຕົວ, ພິ​ເສດ​ແມ່ນການຮຳ່ຮຽນ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ​ ​ໂຮ່ຈີ​ມິນ​ຕ້ອງຕິດ​ພັນ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ເປັນ​ຢ່າງ​ດີ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ່ນ​ຊາງ ຫວັງ​ວ່າ ບັນດາ​ແບບຢ່າງ​ທີ່​ກ້າວໜ້າ​ໃນ​ທົ່ວ​ກອງທັບ ຕ້ອງຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນ​ສົມບັດ​ປະທານ​ ​ໂຮ່ຈີ​ມິນ, ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ສ້າງ​ຜົນງານ​ໃຫ້​ຫຼາຍ ​ແລະ ສູງ​ກວ່າ​ອີກ ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິ​ບັນ​ງານ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ການ​ເຊີດ​ຊູ​ຂອງ​ພັກ, ກອງທັບ ​ແລະ ປະຊາຊົນ, ປະກອບສ່ວນ​ປະຕິບັດ​ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ສັງຄົມ​ນິຍົມ​ຫວຽດນາມ ຢ່າງ​ມີ​ໄຊ.

ຂ່າວ/ບົດ​ອື່ນ