ທ່ານ ຫງວຽນຟີລອງ, ເລຂາສູນກາງຄະນະຊາວຫນຸ່ມກ່າວຄຳເຫັນ
ນະພິທີປຸກລະດົມ
ພາບ:tienphong.vn
|
(vovworld)- ລາງວັນໂດຍສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ ສົມທົບກັບລາຍການອາສາສະໝັກ ສປຊ ປຸກລະດົມ ໃນວັນທີ 1/8 ຢູ່ ຮ່າໂນ້ຍ. ການມອບລາງວັນອາສາສະໝັກແຫ່ງຊາດປີ 2016 ໄດ້ປະກອບສ່ວນເຊີດຊູ, ທະວີຄູນແບບຢ່າງບຸກຄົນດີເດັ່ນ, ອົງການຈັດຕັ້ງດີເດັ່ນໄດ້ມີການອຸທິດສ່ວນ ແລະ ປະກອບສ່ວນໃຫ້ແກ່ວຽກງານອາສາສະໝັກເພື່ອປະຊາຄົມ. ທ່ານ ຫງວຽນຟີລອງ, ເລຂາສູນກາງຄະນະຊາວຫນຸ່ມ, ປະທານສູນກາງສະຫະພັນຊາວຫນຸ່ມຫວຽດນາມ ໃຫ້ຮູ້ວ່າ: ປີ 2016, ຈະມີການມອບລາງວັນເຊີດຊູ 10 ອົງການ, ສ່ວນບຸກຄົນ 10 ຄົນ ທີ່ມີຜົນງານດີເດັ່ນໃນວຽກງານອາສາສະໝັກເພື່ອປະຊາຄົມ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ເວລາຮັບສຳເນົາຜູ້ອອກສະໝັກ ແລະ ສະເຫນີຜູ້ໄດ້ຮັບລາງວັນ ເລີ່ມແຕ່ວັນທີ 2/8 ຮອດວັນທີ 30/10/2016. ພິທີມອບລາງວັນອາສາສະໝັກແຫ່ງຊາດປີ 2016 ຄາດວ່າຈະດຳເນີນແຕ່ວັນທີ 5/12 ເນື່ອງໃນໂອກາດສະເຫລີມສະຫລອງວັນອາສາສະໝັກສາກົນ ຈັດຕັ້ງຢູ່ຮ່າໂນ້ຍ.