(vovworld) - ກ່ຽວກັບເນື້ອໃນການສົມລົດລະຫວ່າງຜູ້ຮ່ວມເພດ, ສະມາຊິກສະພາແຫ່ງຊາດຫຼາຍທ່ານ ໄດ້ເຫັນດີກັບຮ່າງກົດໝາຍ ຍ້ອນນີ້ແມ່ນບັນຫາຕົວຈິງທີ່ພວມເກີດຂຶ້ນຢູ່ພາຍໃນປະເທດ ແລະ ຫຼາຍປະເທດໃນໂລກໄດ້ຍອມຮັບ. ແຕ່ວ່າ, ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ, ຮ່າງກົດໝາຍນີ້ຈຳເປັນຕ້ອງໄດ້ຮັບການຄິດໄລ່ຊັ່ງຊາຂັ້ນຕອນ ແລະ ມີບາດກ້າວທີ່ເໝາະສົມ.
ກ່ຽວກັບອາຍຸສົມລົດ, ສະມາຊິກສະພາແຫ່ງຊາດສ່ວນຫຼາຍໄດ້ເຫັນດີກັບເນື້ອໃນຮ່າງກົດໝາຍ, ດ້ວຍອາຍຸສົມລົດຂອງຍິງ - ຊາຍແມ່ນ 18 ປີຂຶ້ນໄປ. ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືວ່າ ຂໍ້ກຳນົດຄືແນວນັ້ນແມ່ນເໝາະສົມກັບສະພາບຕົວຈິງຂອງສັງຄົມ ແລະ ຄຳໝັ້ນສັນຍາຂອງຫວຽດນາມ ແລະ ສາກົນ ກໍ່ຄືການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈຂອງໄວໜຸ່ມ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ດ້ວຍຈຳນວນບັດເຫັນດີ (88,35%), ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ).