ປຶກສາຫາລື ຮ່າງກົດ ໝາຍວ່າດ້ວຍການສຶກສາ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ
Minh Cham -  
ທ່ານ ລັດຖະມົນຕີ Phung Quang Thanh ສະເໜີແຜນການກົດໝາຍທີ່ວາລະປະຊຸມ
(ພາບ: Phương Hoa/TTXVN)
(vovworld) - ໂດຍສືບຕໍ່ວາລະປະຊຸມຄັ້ງທີ 10, ຕອນເຊົ້າວັນທີ 20/8, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດຫວຽດນາມ Nguyen Sinh Hung, ຄະນະປະຈຳສະພາແຫ່ງຊາດ ໄດ້ເຫັນດີເຫັນພ້ອມ ກັບຄວາມຈຳເປັນປະກາດໃຊ້ກົດໝາຍວ່າດ້ວຍການສຶກສາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ຮ່າງກົດໝາຍດັ່ງກ່າວຄວນກຳນົດເປັນເອກະພາບກັນລະດັບມາດຕະຖານສຳລັບຄູ່ອາຈານໃຫ້ແກ່ແຕ່ລະຊັ້ນຮຽນ, ຂັ້ນຮຽນໃນລະບົບໂຮງຮຽນ, ລະບົບບັນດາສູນສຶກສາວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທີ່ຂຶ້ນກັບ ກະຊວງສຶກສາ ແລະ ບຳລຸງສ້າງ ແລະ ກະຊວງປ້ອງກັນປະເທດ, ແຕ່ຕ້ອງມີວິວັດການເໝາະສົມ. ກ່ຽວຂ້ອງເຖິງບັນຫາຍັງມີຄວາມເຫັນແຕກຕ່າງກັນ ແມ່ນຄວນມີກຳນົດການບຳລຸງຄວາມຮູ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ແກ່ເປົ້າໝາຍໃນບັນດາວິສາຫະກິດນອກລັດ, ຫົວໜ່ວຍພາລະກິດນອກລັດ ຫຼື ບໍ່ , ທ່ານ Dao Trong Thi, ຫົວໜ້າກຳມາທິການວັດທະນະທຳ, ສຶກສາຊາວໜຸ່ມ, ເຍົາວະຊົນສະພາແຫ່ງຊາດຫວຽດນາມ ເວົ້າວ່າ:
“ເລື່ອງຝຶກອົບຮົມ, ເຜີຍແຜ່ ແມ່ນຈຳເປັນ ແລະ ພວກເຮົາພວມມຸ້ງໄປເຖິງການປະຕິບັດການຝຶກອົບຮົມໃຫ້ແກ່ບັນດາເປົ້າໝາຍໃນພາກລັດ. ແຕ່ເຖິງຢ່າງໃດກໍຕາມ, ກໍອີງຕາມສະພາບການລະອຽດຄືປະຈຸບັນ, ພວກເຮົາປະຕິບັດຕາມທິດເທື່ອລະກ້າວເພື່ອບັນລຸໄດ້ຈຸດໝາຍນັ້ນ. ອາດຈະເລືອກເຟັ້ນບັນດາເປົ້າໝາຍລະອຽດ ເພື່ອປະຕິບັດການຝຶກອົບຮົມ, ສ່ວນບັນດາເປົ້າໝາຍຍັງເຫຼືອແມ່ນປະຕິບັດໂດຍທົ່ວໄປ”
ບັນດາຜູ້ມີຍົດຖາບັນດາສັກ, ບັນດານັກບວດສາສະໜາຕ່າງໆກໍຄື ເຈົ້າກົກເຈົ້າເຫຼົ່າ ເຊິ່ງແມ່ນບຸກຄົນທີ່ມີອິດທິພົນຊື່ສຽງ ແລະ ມີຜົນສະທ້ອນທີ່ມີຕໍວົງຄະນະຍາດ. ດັ່ງນັ້ນ ມີຫຼາຍຄຳເຫັນສະເໜີໃຫ້ຮ່າງກົດໝາຍ ຄວນກຳນົດຕາມທິດປະຕິບັດການຝຶກອົບຮົມຄວາມຮູ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຕໍ່ບັນດາຜູ້ມີອິດທິພົນຊື່ສຽງ ແລະ ມີຜົນສະທ້ອນໃນວົງຄະນະຍາດ.
Minh Cham