ປີຫວຽດນາມຢູ່ຝະລັ່ງ ຖືກໄຂຂຶ້ນຢ່າງສົມກຽດ
(ພາບ: baobinhduong.org.vn)
(vovworld)- ພິທີໄຂປີຫວຽດນາມ ຢູ່ຝະລັ່ງ ໄດ້ຖືກຈັດຂຶ້ນຢ່າງສົມກຽດໃນຕອນຄ່ຳວັນທີ 14/2 ຢູ່ນະຄອນຫຼວງປາຣີ ປະເທດຝະລັ່ງ. ນີ້ແມ່ນເຫດການມີຄວາມໝາຍສຳຄັນເພື່ອກະກຽມບັນດາການເຄື່ອນໄຫວໃນຕະຫຼອດປີ 2014 ຢູ່ຝະລັ່ງ ເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ-ສ.ຝະລັ່ງ. ກ່າວຄຳເຫັນນະທີ່ນີ້, ທ່ານຮ່ວາງຕວນແອງ ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ຫວນຄືນໄລຍະພັດທະນາອັນດີງາມແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດໃນ 40 ປີຜ່ານມາ, ຂອບອົກຂອບໃຈລັດຖະບານ ແລະ ປຊຊ ຝະລັ່ງ ຊື່ງຍາມໃດກໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ທ່ານລັດຖະມົນຕີຮ່ວາງຕວນແອງ ເນັ້ນໜັກວ່າ: ຜົນສຳເລັດຂອງ ປີຝະລັ່ງ ຢູ່ຫວຽດນາມ ປີ 2013 ໄດ້ປະກອບສ່ວນເພີ່ມທະວີສາຍພົວພັນລະຫວ່າງ ຫວຽດນາມ-ສ.ຝະລັ່ງ ກ່ວາອີກ, ພິເສດແມ່ນຜ່ານເລື່ອງສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ໃນໂອກາດທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕິນຢຸງ ຢ້ຽມຢາມຝະລັ່ງ ຢ່າງເປັນທາງການ. ປີຫວຽດນາມ ຢູ່ຝະລັ່ງ 2014 ໄດ້ຖືກຈັດຕັ້ງຂຶ້ນດ້ວຍຄວາມປາດຖະໜາຢາກແນະນຳພາບພົດປະເທດຫວຽດນາມ ທີ່ເຂັ້ມຄົ້ນໄປດ້ວຍສີສັນອັນເປັນມູນເຊື້ອ, ປ່ຽນໃໝ່ ແລະ ພັດທະນາຢ່າງຂະຫຍັນຂັນເຄື່ອນກັບເພື່ອນມິດຝະລັ່ງ.
ທ່ານລັດຖະມົນຕີຮ່ວາງຕວນແອງ ໃຫ້ຮູ້ວ່າ: ໄປຄຽງຄູ່ກັບບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ-ສິລະປະ, ບັນດາລາຍການຮ່ວມມືອື່ນໃນຂົງເຂດການເມືອງ-ການທູດ-ເສດຖະກິດ, ວິທະຍາສາດ-ເຕັກນິກ, ການສຶກສາ… ພວມ ແລະ ຈະຖືກຈັດຂຶ້ນຢູ່ທັງຫວຽດນາມ ແລະ ຝະລັ່ງ./.