ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ

(VOVWORLD) -ວັນທີ 16 ພຶດສະພາ, ໂດຍສືບຕໍ່ກອງປະຊຸມເທື່ອທີ 24, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມໃສ່ກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ.

ປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມກົດໝາຍບາງສະບັບທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ເປັນປະທານຊີ້ນຳກອງປະຊຸມ

(ພາບ: daibieunhandan.vn)

ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ຖືວ່າ ພຽງແຕ່ປັບປຸງ, ເພີ່ມເຕີມບັນດາຂໍ້ກຳນົດໃສ່ບັນດາກົດໝາຍທີ່ມີເນື້ອໃນກ່ຽວຂ້ອງເຖິງການວາງແຜນຜັງເທົ່ານັ້ນ ເພື່ອຮັບປະກັນລັກສະນະຄົບຊຸດ ແລະ ເປັນເອກະພາບກັບກົດໝາຍວ່າດ້ວຍການວາງແຜນຜັງ, ແຕ່ບໍ່ໄດ້ດັດແກ້ບັນດາເນື້ອໃນທີ່ກ່ຽວຂ້ອງເຖິງກົນໄກນະໂຍບາຍຂອງກົດໝາຍສະບັບເຫຼົ່ານັ້ນ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກັວກຫຽນ ຖືວ່າ:

        “ໃນຈຳນວນກົດໝາຍ 25 ສະບັບ ທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍການວາງແຜນຜັງ, ຍັງມີກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງ, ສະນັ້ນສະເໜີໃຫ້ສືບຕໍ່ກວດກາຄືນໃໝ່ ເພື່ອດັດແກ້ທີ່ກອງປະຊຸມຄັ້ງຕໍ່ໄປ, ເພື່ອໃຫ້ກົດໝາຍວ່າດ້ວຍການວາງແຜນຜັງໄດ້ຜັນຂະຫຍາຍຢ່າງຄົບຊຸດ ແຕ່ວັນທີ 1 ມັງກອນ 2019 ເປັນຕົ້ນໄປ. ນີ້ແມ່ນບາດກ້າວອັນຕັ້ງໜ້າ ເພື່ອໃຫ້ກົດໝາຍວ່າດ້ວຍການວາງແຜນຜັງເຂົ້າສູ່ຊີວິດຕົວຈິງ ຊ່ວຍປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການອອກໜັງສືອະນຸຍາດ, ຮັບໃຊ້ການສ້າງເສດຖະກິດສັງຄົມຂອງອາຍຸການຕໍ່ໄປ”.


ຕອບກັບ

ຂ່າວ/ບົດ​ອື່ນ