ປະກາດຂໍ້ຕົກລົງຮັບຮອງຕາແສງຊົນນະບົດໃໝ່ທຳອິດຢູ່ໄຕຫງວຽນ

ປະກາດຂໍ້ຕົກລົງຮັບຮອງຕາແສງຊົນນະບົດໃໝ່ທຳອິດຢູ່ໄຕຫງວຽນ - ảnh 1
ຕະຫຼາດຕາແສງຮ່າມ່ອນ
(ພາບ: baotintuc.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 21/01, ຢູ່​ຕາ​ແສງ ຮ່າ​ມ່ອນ, ​ເມືອງ​ດັ໋ກຮ່າ, ​ແຂວງ​ກອນ​ຕູມ ​ໄດ້​ຈັດ​ພິທີ່​ສະຫຼຸບ 2 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ຄະນະ​ຊີ້​ນຳ​ແຂວງ ກອນ​ຕູມ ​ໄດ້​ປະກາດ​ຂໍ້​ຕົກລົງຮັບ​ຮອງຕາ​ແສງ​ຮ່າ​ມ່ອນ ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ປີ 2012 ​ເປັນ​ທາງ​ການ, ຕາມ​ມາດຖານແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເຫດການ​ນີ້ ​ໄດ້​ເປັນ​ຂີດ​ໝາຍວ່າ ​ເຂດ​ໄຕ​ຫງວຽນ ​ໄດ້​ມີ​ຕາ​ແສງ​ທຳ​ອິດ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ຕາ​ແສງຊົນນະບົດ​ໃໝ່​. ຕາ​ແສງ​ຮ່າ​ມ່ອນ ​ແມ່ນ​ໜຶ່ງ​ໃນ 22 ຕາ​ແສງ​ເຊິ່ງ​ແຂວງ​ກອນ​ຕູມ ​ເລືອກ​ເປັນຕາ​ແສງ​ປະຕິບັດ​ທົດ​ລອງເພື່ອ​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ້າງ​ຊົນ​ນະ​ບົດ​ໃໝ່​​ໄລຍະ 2010 – 2015. ຕາ​ແສງ​ບໍ່​ມີ​ຄອບຄົວ​ທຸກ​ຍາກ; ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ບັນ​ລຸ​ລະດັບ 38 ລ້ານ​ດົງ/ຄົນ/ປີ, ສູງ​ກວ່າ​ທົບ 2 – 3 ​ເທົ່າ​ເມື່ອ​ທຽບ​ໃສ່​ກັບ​ປີ 2008. ຈາກ​ຜົນສຳ​ເລັດ​ຂອງ​ຕາ​ແສງ​ຮ່າ​ມ່ອນ, ​ເມືອງ​ດັ໋ກຮ່າ ສືບ​ຕໍ່ສູ້​ຊົນ​ຮອດ​ປີ 2015 ຈະ​ມີ 2 ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່.

ຂ່າວ/ບົດ​ອື່ນ