
ພາບປະກອບ:internet
|
(vovworld)-ຕາມບົດລາຍງານໂດຍກະຊວງແຜນການ ແລະການລົງທຶນຫວຽດນາມ ຫາກໍປະກາດໃຫ້ເຫັນວ່າ: ຮອດທ້າຍປີ 2013, ຫວຽດນາມ ມີວິສາຫະກິດມີເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI) ເກືອບ 9100 ແຫ່ງ, ເພີ່ມຂຶ້ນທົບ 6 ເທົ່າເມື່ອທຽບໃສ່ປີ 2000. ສະເລ່ຍໄລຍະ 2000-2013 ແຕ່ລະປີ ເພີ່ມຂຶ້ນເກືອບ 16%. ປະຈຸບັນ ຈຳນວນວິສາຫະກິດລົງທຶນຂອງຕ່າງປະເທດພວມເຄື່ອນໄຫວໃນຂົງເຂດອຸດສາຫະກຳ ແລະ ກໍ່ສ້າງກວມອັດຕາສູງກວ່າໝູ່ດ້ວຍ 73%, ຖັດມາແມ່ນເຂດບໍລິການ ດ້ວຍ 25,7%.
ຕາມການຕີລາຄາຂອງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ເຂດທີ່ມີເງິນລົງທຶນຂອງຕ່າງປະເທດປະກອບສ່ວນນັບມື້ນັບໃຫຍ່ຫລວງຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ເຖິງວ່າ ບໍ່ກວມເອົາອັດຕາສ່ວນສູງໃນພາກວິສາຫະກິດກ່ຽວກັບບັນດາດັດຊະນີຄື: ຈຳນວນວິສາຫະກິດ, ຈຳນວນຄົນງານ, ທຶນ ແລະ ລາຍຮັບ, ແຕ່ເຂດນີ້ພັດກວມອັດຕາສ່ວນສູງກ່ຽວກັບກຳໄລ ແລະ ມອບພັນທະເຂົ້າງົບປະມານແຫ່ງລັດ. ປີ 2013, ບັນດາວິສາຫະກິດ FDI ກວມເອົາ 45,4% ຍອດລາຍຮັບ ແລະ 30,5% ຍອດຈຳນວນເງິນມອບພັນທະເຂົ້າງົບປະມານແຫ່ງລັດຂອງພາກວິສາຫະກິດທັງໝົດ.