ປະກາດບັນຊີລາຍຊື່870ຄົນອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ14ຢ່າງເປັນທາງການ
(ທ່ານ ຫງວຽນແຮ້ງຟຸກ ເລຂາທິການໃຫຍ່ສະພາແຫ່ງຊາດ)
(vovworld) - ຕອນບ່າຍວັນທີ 26/04, ສະພາເລືອກຕັ້ງສະພາແຫ່ງຊາດຈັດຕັ້ງການປະຊຸມຂ່າວ ປະກາດບັນຊີລາຍຊື່ 870 ຄົນ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ຢ່າງເປັນທາງການຢູ່ 184 ຫົວໜ່ວຍເລືອກຕັ້ງພາຍໃນປະເທດ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 500 ຄົນ. ໃນຈຳນວນ 870 ຄົນ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 14 ຢ່າງເປັນທາງການ ຕາມແຕ່ລະຫົວໜ່ວຍເລືອກຕັ້ງ, ມີ 197 ຄົນ ໂດຍຜ່ານສູນກາງແນະນຳ, 673 ຄົນໂດຍທ້ອງຖິ່ນແນະນຳ ບັນລຸອັດຕາຜູ້ອອກສະມັກຮັບເລືອກຕັ້ງ 1,74 ຄົນ / ສ.ສ.ຊ 1 ຄົນ ໄດ້ເລືອກຕັ້ງ (ໃນນັ້ນ ມີ 11 ຄົນອອກສະໝັກຮັບເລືອກຕັ້ງເອງ). ໂຄງປະກອບລວມຂອງທົ່ວປະເທດຄືດັ່ງນີ້: ຜູ້ອອກສະໝັກຮັບເລືອກຕັ້ງເປັນແມ່ຍິງ: 339 ຄົນ (ບັນລຸ 38,97%); ຜູ້ອອກສະໝັກຮັບເລືອກຕັ້ງເປັນຊົນເຜົ່າສ່ວນນ້ອຍ: 204 ຄົນ (23,45%); ຜູ້ອອກສະໝັກຮັບເລືອກຕັ້ງບໍ່ເປັນສະມາຊິກພັກ: 97 ຄົນ (11,15%); ຜູ້ເປັນສະມາຊິກສະພາແຫ່ງຊາດຊຸດທີ 13 ອອກສະໝັກຮັບເລືອກຄັ້ງຄືນໃໝ່: 168 ຄົນ (19,31%); ຜູ້ອອກສະໝັກຮັບເລືອກຕັ້ງແມ່ນໄວໜຸ່ມ (ອາຍຸຕ່ຳກ່ວາ 40 ປີ): 268 ຄົນ (30,80%).