ພາບປະກອບ
|
(vovworld) - ວັນທີ 25/1, ສະຖານທູດ ຫວຽດນາມ ປະຈຳ ມົງໂກນ ໄດ້ຈັດຕັ້ງບຸນປີໃໝ່ວົງຄະນະຍາດເນື່ອງໃນໂອກາດບຸນປີໃໝ່ປີລະກາ 2017. ທ່ານ ຟານດັງເດືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ມົງໂກນ ໃຫ້ຮູ້ວ່າ: ໃນປີຜ່ານມາ, ມີຄະນະຜູ້ແທນ ຫວຽດນາມ ຫຼາຍຄະນະໄດ້ໄປຢ້ຽມຢາມມົງໂກນ, ພິເສດແມ່ນຄະນະຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ASEM – 11 ແລະ ຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ສ້າງກຳລັງໜູນໃຫມ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດສືບຕໍ່ພັດທະນາໃນໄລຍະໃໝ່. ທ່ານເອກອັກຄະລັດຖະທູດ ຟານດັງເດືອງ ປາດຖະໜາວ່າ ປະຊາຄົມຊາວ ຫວຽດນາມ ຢູ່ ມົງໂກນ ສືບຕໍ່ມີຄວາມສາມັກຄີ, ສະໜິດຕິດພັນ, ຮັກສາສີສັນວັດທະນະທຳຂອງຊາດ, ອວຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ, ພ້ອມທັງເປັນຂົວຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງປະຊາຊົນ 2 ປະເທດ ຫວຽດນາມ - ມົງໂກນ ໃຫ້ດີຍິ່ງກ່ວາອີກ.