ພິທີສວດມົນພາວະນາ
(ພາບ: vietnamplus.vn)
|
(vovworld) - ເນື່ອງໃນໂອກາດຄົບຮອບ 1 ປີ ແຫ່ງວັນເກີດເຫດແຜ່ນດິນໄຫວ ແລະ ຄື້ນຍັກຢູ່ຍີ່ປຸ່ນ, ຕອນບ່າຍວັນທີ 11/3, ສະມາຄົມຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ໄດ້ສົມທົບກັບວັດ Nisshinkutsu ຈັດຕັ້ງພິທີ ສວດມົນພາວະນາໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍ ເພື່ອແນໃສ່ສະແດງນ້ຳໃຈສາມັກຄີ, ຄວາມຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ກ່າວຄຳເຫັນນະພິທີ, ພະມະຫາອາຈານ Yoshimizu Daiichi, ເຈົ້າອາວາດວັດ Nisshinkutsu ໃຫ້ຮູ້ວ່າ: ໃນໄພພິບັດທີ່ຜ່ານມາ, ຍີ່ປຸ່ນໄດ້ຮັບການແບ່ງປັນ ແລະ ຊ່ວຍເຫຼືອຫຼາຍຢ່າງຈາກບັນດາປະເທດໃນໂລກ, ໃນນັ້ນມີຫວຽດນາມ ພະມະຫາອາຈານ Yoshimizu Daiichi ຖືວ່າ: ນັ້ນແມ່ນຄວາມເມດຕາຈິດ, ໃຈບຸນຂອງຊາວຫວຽດນາມ. ພາຍຫຼັງພິທີຖະຫວາຍທູບທຽນອາໄລຫາ, ບັນດາພະມະຫາອາຈານ ແລະ ພະສົງສຳມະເນັນ ໄດ້ພ້ອມກັນສະຫງວນເວລາ 1 ນາທີເພື່ອ ອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ ແລະ ຄື້ນຍັກ. ເອື້ອຍ ຫງວຽນທິກິມທູ, ຊາວຫວຽດນາມ ຢູ່ ຍີ່ປູ່ນ ໄດ້ເຂົ້າຮ່ວມພິທີສວດມົນພາວະນາ ແບ່ງປັນວ່າ:
“ຂ້າພະເຈົ້າຢາກແບ່ງປັນ ແລະ ຮຽກຮ້ອງໃຫ້ທຸກຄົນຊ່ວຍເຫຼືອດ້ວຍນ້ຳໃຈມະນຸດສະທຳ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດານ້ຳໃຈເມດຕາຈິດຂອງຊາວຫວຽດນາມເວົ້າລວມ ແລະ ຊາວຫວຽດນາມໃນທົ່ວໂລກ ຈົ່ງຊ່ວຍເຫຼືອຜູ້ປະສົບກັບເຄາະຮ້າຍ”
ການຊ່ວຍເຫຼືອ, ແບ່ງປັນຂອງປະເທດ ແລະ ຊາວຫວຽດນາມທີ່ມີຕໍບັນດາຜູ້ປະສົບເຄາະຮ້າຍຈາກເຫດແຜ່ນດິນໄຫວ, ຄື້ນຍັກຢູ່ຍີ່ປຸ່ນໃນໄລຍະຜ່ານມາໄດ້ເຮັດໃຫ້ຊາວຍີ່ປຸ່ນຕື້ນຕັນໃຈທີ່ສຸດ.