ປະຊາຄົມຊາວຫວຽດນາມ ຢູ່ລັດເຊຍກ່າວປະນາມ ບັນດາການກະທຳ ວິນາດຂອງຈີນ
ກຳປັ່ນຂອງຫວຽດນາມຖືກກຳປັ່ນຂອງຈີນຕ່ຳໃສ່
(ພາບ: nguyentandung.or)
(vovworld)- ຄະນະບໍລິຫານສະມາຄົມຊາວຫວຽດນາມ ຢູ່ລັດເຊຍ ຫາກໍ່ອອກສຽງ ສະແດງທັດສະນະ, ຫຼັກໝັ້ນຂອງປະຊາຊົນໃນ ປະຊາຄົມຊາວຫວຽດນາມ ຢູ່ລັດເຊຍ ເປັນຈຳນວນຫຼາຍ ທີ່ມີຕໍ່ເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດທະເລຂຶ້ນກັບອະທິປະໄຕຂອງຫວຽດນາມ. ສະມາຄົມຊາວຫວຽດນາມ ຢູ່ລັດເຊຍ ໄດ້ກ່າວປະນາມບັນດາການກະທຳວິນາດຂອງຈີນ ແລະ ຮຽກຮ້ອງຈີນ ຈົ່ງຖອນຮ້ານເຈາະນ້ຳມັນ ແລະ ກຳປັ່ນອອກຈາກເຂດທະເລຂອງຫວຽດນາມໂດຍທັນທີ. ທ່ານເຈືອງກວາງຢາວ ປະທານສະມາຄົມຊາວຫວຽດນາມ ຢູ່ລັດເຊຍ ໃຫ້ຮູ້ວ່າ:
“ໂດຍແມ່ນນັກປະຫວັດສາດຜູ້ໜຶ່ງ, ຂ້າພະເຈົ້າຮູ້ວ່າ, ຝ່າຍຈີນໄດ້ອີງຕາມກຳລັງແຮງ ແລະ ກຳລັງຂອງຕົນເພື່ອຍຶດຄອງ, ທັງໄດ້ຕັ້ງຮ້ານເຈາະນ້ຳມັນທັນສະໄໝທີາສຸດໃນປະຈຸບັນອີກ. ແຕ່ຂ້າພະເຈົ້າຫວັງວ່າຫວຽດນາມ ຕ້ອງນຳບັນຫານີ້ອອກສູ່ສານສາກົນ ຍ້ອນວ່າ, ນີ້ແມ່ນບັນຫາຂອງກົດໝາຍ, ປະຊາຊົນໂລກຈະສະໜັບສະໜູນພວກເຮົາ ແລະ ພວກເຮົາຈະໄດ້ຮັບໄຊຊະນະ“./.